ຈີນ: ຈີນ​ຈະ​ຮ່ວມ​ກັບ​ບັນ​ດາ​ຝ່າຍ​ພ້ອມ​ກັນ​ສ້າງ​ຜົນ​ງານ​ໃໝ່​ເຂົ້າ​ໃນການ​ປັບ​ປຸງ​ດິນ​ຟ້າ​ອາ​ກາດ​ທົ່ວ​ໂລກ

CRI, November 13, 2025
Size:

ວັນທີ 12 ພະຈິກນີ້, ທ່ານ ກົ່ວເຈ່ຍຄູ່ນ ໂຄສົກກະຊວງການຕ່າງປະເທດຈີນເປັນປະທານກອງປະຊຸມຖະແຫຼງຂ່າວ.

ໃນເວລາຕອບຄໍາຖາມທີ່ກ່ຽວຂ້ອງກັບກອງປະຊຸມຝ່າຍລົງນາມສົນທິສັນຍາ ຂອງອົງການສະຫະປະຊາຊາດວ່າດ້ວຍການປ່ຽນແປງຂອງດິນຟ້າອາກາດຄັ້ງທີ 30, ທ່ານກົ່ວເຈ່ຍຄູ່ນຕອບວ່າ: ການປ່ຽນແປງຂອງດິນຟ້າອາກາດ ແມ່ນກ່ຽວຂ້ອງກັບອະນາຄົດຮ່ວມກັນຂອງມວນມະນຸດ. ບໍ່ວ່າຈະເປັນປະເທດກໍາລັງພັດທະນາ ຫຼື ປະເທດພັດທະນາແລ້ວ, ທຸກຝ່າຍແມ່ນຢູ່ໃນເຮືອລຳດຽວກັນ, ການເກາະແຂນກັນ ແລະ ດຳເນີນການຮ່ວມກັນ ແມ່ນທາງເລືອກພຽງຢ່າງດຽວທີ່ຖືກຕ້ອງທີ່ສຸດ.

ທ່ານກົ່ວເຈ່ຍຄູ່ນຊີ້ອອກວ່າ: ຈີນແມ່ນ“ປະເທດທີ່ປະຕິບັດຕົວຈິງ” ໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. ພວກເຮົາໄດ້ຖືເອົາການບັນລຸການປ່ອຍກາກບອນເຖິງຈຸດສູງສຸດ ແລະ ການປ່ອຍກາກບອນເປັນສູນ ເປັນຍຸດທະສາດແຫ່ງຊາດ, ໄດ້ສ້າງນະໂຍບາຍຫຼຸດຜ່ອນການປ່ອຍກາກບອນທີ່ເປັນລະບົບແລະຄົບຖ້ວນສົມບູນທີ່ສຸດໃນໂລກ, ໄດ້ສ້າງລະບົບພະລັງງານໝູນວຽນທີ່ມີຂະໜາດໃຫຍ່ກວ່າໝູ່ແລະພັດທະນາໄວທີ່ສຸດໃນໂລກ. ຈີນຈະຮ່ວມກັບທຸກຝ່າຍ ເພື່ອຊຸກຍູ້ໃຫ້ໄດ້ຮັບໝາກຜົນທີ່ຕັ້ງໜ້າໃນກອງປະຊຸມຄັ້ງນີ້ ແລະປະກອບສ່ວນໃໝ່ຕໍ່ການປັບປຸງດິນຟ້າອາກາດທົ່ວໂລກ.