
ວັນທີ 12 ພະຈິກນີ້, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ ປະທານປະເທດຈີນໄດ້ສົ່ງສານອວຍພອນຕໍ່ກອງປະຊຸມສຳມະນາທິດສະດີສອງພັກຈີນ-ຫວຽດນາມຄັ້ງທີ 20.
ເນື້ອໃນສານອວຍພອນຂອງທ່ານສີຈິ້ນຜິງລະບຸວ່າ: ສອງພັກຄວາມມູນິດຈີນ ແລະ ພັກຄອມມູນິດຫວຽດນາມຕ່າງກໍ່ຍຶດໝັ້ນ ແລະ ພັດທະນາລັດທິມາກ, ຍຶດໝັ້ນເດີນຕາມເສັ້ນທາງສັງຄົມນິຍົມຢ່າງໝັ້ນໜຽວບໍ່ປ່ຽນແປງ, ນຳພາປະເທດຕົນດຳເນີນການກໍ່ສ້າງສັງຄົມນິຍົມ, ຜະເຊີນໜ້າກັບບັນຫາທີ່ຄືກັນ ຫຼື ຄ້າຍຄືກັນຈຳນວນຫຼາຍໃນຍຸກສະໄໝນີ້. ກອງປະຊຸມສຳມະນາທິດສະດີສອງພັກຈີນ-ຫວຽດນາມແມ່ນເວທີສຳຄັນສຳລັບສອງພັກໃນການແລກປ່ຽນຄວາມຄິດຄວາມເຫັນ ແລະ ສົນທະນາກັນ ໂດຍເສີມຂະຫຍາຍບົດບາດອັນຕັ້ງໜ້າເຂົ້າໃນການຮັດແໜ້ນມິດຕະພາບ ແລະ ຄວາມໄວ້ເນື້ອເຊື່ອໃຈກັນ, ເພີ່ມທະວີຄວາມເຫັນດີເຫັນພ້ອມດ້ານແນວຄິດ ແລະ ຊຸກຍູ້ການພົວພັນຈີນ-ຫວຽດນາມໃຫ້ຂະຫຍາຍຕົວ.ຫວັງວ່າສອງຝ່າຍຈະສືບຕໍ່ແລກປ່ຽນຖອດຖອນບົດຮຽນໃນດ້ານການປົກຄອງບໍລິການປະເທດ, ສະໜັບສະໜູນດ້ານທິດສະດີເພື່ອພາລະກິດສັງຄົມນິຍົມຂອງປະເທດຕົນ ແລະການສ້າງຄູ່ຮ່ວມຊາຕາກຳຈີນ-ຫວຽດນາມ, ພ້ອມທັງປະກອບສ່ວນເທົ່າທີ່ຄວນເຂົ້າໃນພາລະກິດອັນຍິ່ງໃຫຍ່ແຫ່ງສັນຕິພາບ ແລະ ການພັດທະນາຂອງມວນມະນຸດ.
ໃນມື້ດຽວກັນ,ກອງປະຊຸມສຳມະນາທິດສະດີສອງພັກຈີນ-ຫວຽດນາມຄັ້ງທີ 20 ໄດ້ຈັດຂຶ້ນຢູ່ນະຄອນນິ່ງບິງຂອງຫວຽດນາມ.