
ວັນທີ 11 ພະຈິກ 2025 ທີ່ນະຄອນຫຼວງວຽງຈັນ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດແຫ່ງສປປລາວ ໄດ້ໃຫ້ການຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງສະຫາຍ ຫຼີຊູ່ເຫຼີຍ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກຄອມມູນິດຈີນພ້ອມດ້ວຍຄະນະ.
ສະຫາຍ ຫຼີຊູ່ເຫຼີຍ ໄດ້ກ່າວຄຳທັກທາຍອັນອົບອຸ່ນຂອງສະຫາຍ ສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນທີ່ຝາກເຖິງສະຫາຍ ທອງລຸນ ສີສຸລິດ, ໂດຍໄດ້ກ່າວວ່າ: ພາຍໃຕ້ການນຳພາຂອງສະຫາຍ ສີຈິ້ນຜິງ ແລະສະຫາຍ ທອງລຸນ ສີສຸລິດ, ຄວາມສຳພັນຈີນ–ລາວ ແລະການສ້າງຄູ່ຮ່ວມຊາຕາກຳ ຈີນ–ລາວ ໄດ້ພັດທະນາເຂົ້າສູ່ລວງເລິກ ແລະໝັ້ນຄົງຍິ່ງໆຂຶ້ນ ແລະເກີດມີຜົນສຳເລັດໃໝ່ໆຈຳນວນຫຼວງຫຼາຍ,ໄດ້ນຳເອົາຜົນປະໂຫຍດທີ່ແທ້ຈິງມາໃຫ້ປະຊາຊົນຂອງສອງປະເທດ. ຝ່າຍຈີນມີຄວາມປາດຖະໜາຈະຮ່ວມມືກັບຝ່າຍລາວໃນການນຳໃຊ້ຄວາມເຫັນສຳຄັນທີ່ຜູ້ນຳສູງສຸດຂອງສອງຝ່າຍໄດ້ບັນລຸໄວ້ໃຫ້ເປັນຈິງ, ສົ່ງເສີມການຮ່ວມມືລະຫວ່າງສອງພັກ, ຂະຫຍາຍການຮ່ວມມືດ້ານເສດຖະກິດ, ສື່ມວນຊົນ, ວັດທະນະທຳ ແລະການທ່ອງທ່ຽວ, ຮ່ວມມືກັນສ້າງຄູ່ຮ່ວມຊາຕາກຳຈີນ–ລາວ ທີ່ມີມາດຕະຖານສູງ, ຄຸນນະພາບສູງແລະລະດັບສູງ.

ສະຫາຍ ທອງລຸນ ສີສຸລິດ ໄດ້ກ່າວຝາກຄໍາທັກທາຍອັນອົບອຸ່ນເຖິງສະຫາຍ ສີ ຈິ້ນຜິງ, ແລະສະແດງຄວາມຍິນດີຕໍ່ການຈັດກອງປະຊຸມຄົບຄະນະຄັ້ງທີ 4 ຂອງຄະນະກຳມະການສູນກາງພັກຄອມມູນິດຈີນ ສະໄໝທີ XX ທີ່ປະສົບຜົນສຳເລັດ. ສະຫາຍທອງລຸນ ສີສຸລິດຍັງໄດ້ຊົມເຊີຍຕໍ່ຜົນສຳເລັດອັນຍິ່ງໃຫຍ່ທີ່ຈີນໄດ້ບັນລຸໃນການພັດທະນາຄວາມທັນສະໄໝແບບຈີນພາຍໃຕ້ການນຳພາຂອງພັກຄອມມູນິດຈີນ, ແລະຝ່າຍລາວຍິນດີເພີ່ມທະວີການແລກປ່ຽນປະສົບການ ແລະທິດສະດີໃນການບໍລິຫານພັກ ແລະປະເທດ ແລະສົ່ງເສີມການຮ່ວມມືໃນທຸກດ້ານຢ່າງເປັນຮູບປະທໍາ ແລະນໍາໃຊ້ໂຄງການລົດໄຟລາວ–ຈີນໃຫ້ເກີດຜົນປະໂຫຍດແກ່ປະຊາຊົນຂອງສອງປະເທດ ແລະຊຸກຍູ້ຄວາມສຳພັນສອງຝ່າຍໃຫ້ພັດທະນາຕໍ່ໄປຢ່າງຕໍ່ເນື່ອງ.

ໃນການເດີນທາງມາຢ້ຽມຢາມລາວ, ສະຫາຍ ຫຼີຊູ່ເຫຼີຍ ໄດ້ພົບປະກັບ ສະຫາຍ ກິແກ້ວ ໄຂຄໍາພິທູນ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີລາວ ແລະ ໄດ້ຮ່ວມປຶກສາຫາລືກັບສະຫາຍ ຄໍາພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກປປລາວ. ພ້ອມນັ້ນ ສະຫາຍ ຫຼີຊູ່ເຫຼີຍ ໄດ້ເຜີຍແຜ່ ແລະຊີ້ແຈງເຖິງແນວຄິດ ແລະເນື້ອໃນສຳຄັນ ຂອງກອງປະຊຸມຄົບຄະນະຄັ້ງທີ 4 ຂອງພັກຄອມມູນິດຈີນ ຢ່າງກວ້າງຂວາງ ແລະເລິກເຊິ່ງໃຫ້ຝ່າຍລາວໄດ້ຮັບຊາບ. ນອກຈາກນັ້ນ ສະຫາຍ ຫຼີຊູ່ເຫຼີຍ ຍັງໄດ້ຮ່ວມງານ ແລະຂື້ນເວທີກ່າວປາໄສໃນກອງປະຊຸມສໍາມະນາທິດສະດີສອງພັກລາວ - ຈີນ ຄັ້ງທີ XIII ພາຍໃຕ້ຫົວຂໍ້ “ນໍາໃຊ້ແຜນການໄລຍະກາງ-ໄລຍະຍາວ ຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ: ບົດຮຽນຂອງລາວ ແລະ ຈີນ” ທີ່ຈັດຂື້ນທີ່ນະຄອນປາກເຊແຂວງຈຳປາສັກ.