ຈັດກອງປະຊຸມເວທີປຶກສາຫາລືລະດັບສູງການຮ່ວມມືໃຕ້-ໃຕ້ເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດ

CRI, November 12, 2025
Size:

ຫວ່າງມໍ່ໆມານີ້, ກອງປະຊຸມຂອງເວທີປຶກສາຫາລືລະດັບສູງການຮ່ວມມືໃຕ້ໃຕ້ເພື່ອຮັບມືກັບການປ່ຽນແປງດິນຟ້າອາກາດໄດ້ຈັດຂຶ້ນຢູ່ນະຄອນເບເລມຂອງບຣາຊິນ. ກອງປະຊຸມຄັ້ງນີ້ມີຈຸດປະສົງເພື່ອເຕົ້າໂຮມຄວາມຮັບຮູ້ທີ່ເປັນເອກະພາບກັນໃນດ້ານການຮັບມືກັບການປ່ຽນແປງຂອງດິນຟ້າອາກາດໃນເຂດໂລກໃຕ້, ລົງເລິກການຮ່ວມມືໃຕ້ໃຕ້ພາຍໃຕ້ຂອບ “ໜຶ່ງແລວໜຶ່ງເສັ້ນທາງ”, ຮ່ວມມືກັນຊຸກຍູ້ຂະບວນການພັດທະນາແບບສີຂຽວ ແລະ ກາກບອນຕ່ຳ,  ພ້ອມກັນສະແຫວງຫາຊ່ອງທາງການພັດທະນາແບບຍືນຍົງໃໝ່.

ໃນໂອກາດກ່າວຄຳປາໄສຕໍ່ກອງປະຊຸມດັ່ງກ່າວ, ທ່ານຮວງຣຸ້ນຊີ່ວ ລັດຖະມົນຕີກະຊວງນິເວດແລະສິ່ງແວດລ້ອມຈີນກ່າວວ່າ, ຈີນສຸມກຳລັງຊຸກຍູ້ການຮ່ວມມືໃຕ້ໃຕ້ເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດມາໂດຍຕະຫຼອດ, ເກາະແຂນກັບປະເທດທີ່ກຳລັງພັດທະນາອື່ນໆ ພ້ອມກັນຮັບມືກັບສິ່ງທ້າທາຍໃນດ້ານດິນຟ້າອາກາດ ແລະ ຊົມໃຊ້ໝາກຜົນການພັດທະນາແບບສີຂຽວ. ນັບມາຮອດປັດຈຸບັນ,ຈີນໄດ້ລົງນາມໃນເອກະສານການຮ່ວມມືໃຕ້ໃຕ້ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ 55 ສະບັບກັບ 43ປະເທດກຳລັງພັດທະນາ.

ຜູ້ເຂົ້າຮ່ວມປະຊຸມໄດ້ປຶກສາຫາລືກ່ຽວກັບການຮ່ວມກັນສ້າງອະນາຄົດສີຂຽວ ແລະການຮ່ວມມືໃຕ້ໃຕ້ເພື່ອເປັນຜູ້ນຳການຫັນເປັນແບບສີຂຽວແລະ ກາກບອນຕ່ຳ.