ຍອດການ​ຈຳ​ໜ່າຍ​ລົດ​ພະ​ລັງ​ງານ​ໃໝ່​ຂອງ​ຈີນ​ໃນ​ເດືອ​ນ​ຕຸ​ລາ​ແລ້ວ​ນີ້ ບັນ​ລຸຫຼາຍກວ່າ 50% ຂອງ​ຍອດ​ການ​ຈຳ​ໜ່າຍ​ລົດ​​ຍົນ​ໃໝ່​ເປັນ​ຄັ້ງ​ທຳ​ອິດ

CRI, November 11, 2025
Size:

ວັນທີ 11 ພະຈິກນີ້, ຕົວເລກສະຖິຕິຫຼ້າສຸດທີ່ເປີດເຜີຍໂດຍສະມາຄົມອຸດສາຫະກຳລົດຍົນຈີນສະແດງໃຫ້ເຫັນວ່າ: ລະຫວ່າງເດືອນມັງກອນ ຫາເດືອນຕຸລາປີນີ້, ຍອດການຈຳໜ່າຍລົດພະລັງງານໃໝ່ຂອງຈີນສືບຕໍ່ເພີ່ມຂຶ້ນຫຼາຍ. ໃນນັ້ນ, ສະເພາະຍອດການຈຳໜ່າຍລົດພະລັງງານໃໝ່ໃນເດືອນຕຸລາແລ້ວນີ້ ບັນລຸຫຼາຍກວ່າ 50% ຂອງຍອດການຈຳໜ່າຍລົດຍົນໃໝ່ທັງໝົດເປັນຄັ້ງທຳອິດ.