ການເປີດປະຕູສູ່ພາຍນອກລະດັບສູງຂອງຈີນກ້າວໄປໜ້າຕື່ມອີກ

CRI, November 11, 2025
Size:

ງານວາງສະແດງສິນຄ້ານຳເຂົ້າສາກົນຈີນຄັ້ງທີ 8 ໄດ້ດຶງດູດ 155 ປະເທດ,ເຂດແຄວ້ນ ແລະ ອົງການຈັດຕັ້ງສາກົນມາເຂົ້າຮ່ວມ.ໂທລະພາບສາກົນຈີນ ຫຼື CGTN ຂອງວິທະຍຸໂທລະພາບສູນກາງຈີນ ຫຼື CMG ໄດ້ດຳເນີນການສຳຫຼວດຄວາມເຫັນຕໍ່ຜູ້ຕອບແບບສອບຖາມຈຳນວນ 14.000ຄົນຈາກ 46 ປະເທດໃນທົ່ວໂລກ ຜົນການສຳຫຼວດສະແດງໃຫ້ເຫັນວ່າ:ຜູ້ຕອບແບບສອບຖາມ 72,6% ເຫັນວ່າຈີນແມ່ນຕະຫຼາດເສລີທີ່ເປີດປະຕູສູ່ພາຍນອກ ແລະ ມີກຳລັງແຂ່ງຂັນ.

ກອງປະຊຸມຄົບຄະນະຄັ້ງທີ 4ຂອງຄະນະກຳມະການສູນກາງພັກກອມມູນິດຈີນສະໄໝທີ 20 ສະເໜີວ່າ:ຈະເປີດກວ້າງການເປີດປະຕູສູ່ພາຍນອກລະດັບສູງ,ສ້າງສະພາບການໃໝ່ທີ່ຮ່ວມມືຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ,ຮ່ວມກັນຊົມໃຊ້ໂອກາດ ແລະ ພ້ອມກັນພັດທະນາກັບປະເທດຕ່າງໆໃນໂລກ.ໃນການສຳຫຼວດ,ຜູ້ຕອບແບບສອບຖາມ 79,8% ຍ້ອງຍໍວ່າສະພາບແວດລ້ອມໃນການດຳເນີນທຸລະກິດທີ່ດີງາມຂອງຈີນສາມາດດຶງດູດນັກລົງທຶນຕ່າງປະເທດ,ຜູ້ຕອບແບບສອບຖາມ 78% ເຫັນວ່າປະເທດຕົນ ພ້ອມດ້ວຍວິສາຫະກິດປະເທດຕົນ ໄດ້ຮັບປະໂຫຍດຈາກການຄ້າກັບຈີນ.