ກອງປະຊຸມສຳມະນາ “ໂຄງການຮ່ວມມືດ້ານການເກັບກູ້ລະເບີດ” ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ຈັດຂຶ້ນຢູ່ນະຄອນສຽມລຽບ ຂອງ ກຳປູເຈຍ

lmcchina.org, November 10, 2025
Size:

ລະຫວ່າງວັນທີ 27 ຫາ 29 ຕຸລາ 2025, ກອງປະຊຸມສຳມະນາ ໂຄງການຮ່ວມມືດ້ານການເກັບກູ້ລະເບີດ ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ໄດ້ຈັດຂຶ້ນຢູ່ນະຄອນສຽມລຽບ ຂອງ ກຳປູເຈຍ ໂດຍມີທ່ານ Ly Thuch, ລັດຖະມົນຕີ ທັງເປັນຮອງປະທານຜູ້ທີໜຶ່ງຂອງກິດຈະກຳ ເກັບກູ້ລະເບີດ ແລະ ອົງການຊ່ວຍເຫຼືອຜູ້ໄດ້ຮັບເຄາະຮ້າຍ ແຫ່ງກຳປູເຈຍ, ທ່ານນາງ Touch Sopharath ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຮ່ວມມືສາກົນ ແຫ່ງກຳປູເຈຍ ພ້ອມດ້ວຍທ່ານ ລູສີຈື້ ຫົວໜ້າຫ້ອງການກົງສຸນປະຈຳສຽມລຽມຂອງ ສະຖານທູດຈີນ ປະຈຳກຳປູເຈຍ ໄດ້ເຂົ້າຮ່ວມກອງປະຊຸມດັ່ງກ່າວ ແລະ ກ່າວຄຳປາໄສ.

ໃນກອງປະຊຸມຄັ້ງນີ້, ເຈົ້າໜ້າທີ່ຈາກສປ ຈີນ, ກຳປູເຈຍ, ລາວ, ມຽນມາ ແລະ ຫວຽດນາມ ກໍຄື ຜູ້ຕາໜ້າຈາກອົງການຈັດຕັ້ງສາກົນທີ່ກ່ຽວຂ້ອງ ໄດ້ແລກປ່ຽນຄຳຄິດເຫັນກ່ຽວກັບເຕັກນິກ ແລະ ບົດຮຽນໃນການເກັບກູ້ລະເບີດ ເພື່ອປະກອບສ່ວນເຂົ້າໃນການສ້າງພາກພື້ນແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງໃຫ້ກາຍເປັນພາກພື້ນທີ່ປອດລະເບີດ ແລະ ຊິ້ນສ່ວນລະເບີດທີ່ຕົກຄ້າງມາແຕ່ສະໄໝສົງຄາມ.

ໃນຫຼາຍປີຜ່ານມາ, ໂດຍຜ່ານຮູບແບບການສະໜອງທຶນ ແລະ ອຸປະກອນຊ່ວຍເຫຼືອ ກໍຄື ການຝຶກອົບຮົມໃຫ້ພະນັກງານ, ປະເທດຈີນໄດ້ໃຫ້ການສະໜັບສະໜູນຢ່າງຫຼວງຫຼາຍແກ່ວຽກງານການເກັບກູ້ລະເບີດຢູ່ບັນດາປະເທດທີ່ລຽບຕາມແມ່ນ້ຳຂອງ.