ໄທ​ຍິນ​ດີຮ່ວມ​ມື​ກັບ​ຈີນ​ເພື່ອ​ຊຸກ​ຍູ້​ໃຫ້​ພາກ​ພື້ນ​ມີ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ແບບ​ຍືນ​ຍົງ

CRI, November 10, 2025
Size:

ໃນໂອກາດເດີນທາງເຂົ້າຮ່ວມງານວາງສະແດງສິນຄ້ານຳເຂົ້າສາກົນຈີນຄັ້ງທີ 8 ທີ່ຈັດຂຶ້ນຢູ່ນະຄອນຊຽງໄຮ້ຂອງຈີນລະຫວ່າງວັນທີ 5-10 ພະຈິກນີ້, ທ່ານນາງ ສຸພະຈີ ສຸທຳພັນ ລັດຖະມົນຕີກະຊວງການຄ້າໄທໄດ້ໃຫ້ສຳພາດຕໍ່ນັກຂ່າວວິທະຍຸໂທລະພາບສູນກາງຈີນ ຫຼື CMG ໂດຍໄດ້ຕີລາຄາສູງຕໍ່ງານວາງສະແດງສິນຄ້ານຳເຂົ້າສາກົນຈີນທີ່ມີບົດບາດຊຸກຍູ້ເສດຖະກິດການຄ້າຂອງສອງປະເທດ, ຫວັງວ່າຈະສາມາດລົງເລິກບຸກເບີກຕະຫຼາດຈີນຕື່ມອີກ ແລະພ້ອມກັນຊຸກຍູ້ຄວາມຈະເລີນຮຸ່ງເຮືອງຂອງພາກພື້ນ.

ທ່ານນາງ ສຸພະຈີ ກ່າວວ່າ: ງານວາງສະແດງສິນຄ້ານຳເຂົ້າສາກົນຈີນ ໄດ້ສ້າງໂອກາດອັນລໍ້າຄ່າໃຫ້ວິສາຫະກິດໄທໃນການເຂົ້າເຖິງຕະຫຼາດຈີນ. ການລົງທຶນຂອງຈີນຢູ່ໄທເພີ່ມຂຶ້ນຢ່າງຕໍ່ເນື່ອງ, ສິນຄ້າໄທທີ່ມີຄຸນນະພາບສູງ ເຊັ່ນ:ຜະລິດຕະພັນກະສິກຳ ແລະ ໝາກໄມ້ເປັນຕົ້ນ ໄດ້ເຂົ້າສູ່ຕະຫຼາດຈີນຢ່າງບໍ່ຢຸດຢັ້ງ. ພາຍໃຕ້ເບື້ອງຫຼັງຂອງການປັບປຸງໂຄງປະກອບການຄ້າໂລກ, ຈີນຍຶດຫມັ້ນລັດທິຫຼາຍຝ່າຍ, ໄດ້ສະໜອງສະພາບແວດລ້ອມການພັດທະນາທີ່ໝັ້ນຄົງໃຫ້ແກ່ກຸ່ມເສດຖະກິດຂະຫນາດກາງແລະນ້ອຍທີ່ລວມທັງໄທ. ໄທເຫັນດີເຫັນພ້ອມຢ່າງເຕັມທີ່ຕໍ່ແນວທາງການເປີດປະຕູສູ່ພາຍນອກຂອງຈີນ, ຍິນດີຮ່ວມມືກັບຈີນເພື່ອຊຸກຍູ້ໃຫ້ພາກພື້ນມີຄວາມຈະເລີນຮຸ່ງເຮືອງແບບຍືນຍົງ.