
ໃນກອງປະຊຸມຖະແຫຼງຂ່າວຂອງກະຊວງການຕ່າງປະເທດຈີນທີ່ຈັດຂຶ້ນວັນທີ 6 ພະຈິກນີ້, ທ່ານ ນາງ ເໝົານິງ ໂຄສົກກະຊວງການຕ່າງປະເທດຈີນ ໃຫ້ຮູ້ວ່າ: ໂດຍຕອບສະໜອງຕາມຄຳເຊີນຂອງທ່ານ ສີຈິ້ນຜິງ ປະທານປະເທດຈີນ, ເຈົ້າຊີວິດມະຫາວະຊິຣາລົງກອນ ແຫ່ງຣາຊະອານາຈັກໄທ ຈະເດີນທາງຢ້ຽມຢາມຈີນທາງລັດຖະກິດ ໃນລະຫວ່າງວັນທີ 13-17 ພະຈິກນີ້.
ທ່ານ ນາງ ເໝົານິງ ກ່າວວ່າ: ຈີນ-ໄທ ເປັນເພື່ອນບ້ານໃກ້ຄຽງທີ່ໃກ້ຊິດສະໜິດສະໜົມ ແລະ ເປັນຄູ່ຮ່ວມຊາຕາກຳ. ປີນີ້ເປັນປີຄົບຮອບ 50 ປີແຫ່ງການສ້າງຕັ້ງສາຍພົວພັນທາງການທູດລະຫວ່າງຈີນ-ໄທ ແລະ ເປັນ “5 ທົດສະວັດຄຳແຫ່ງມິດຕະພາບຈີນ-ການໄທ”, ການພົວພັນລະຫວ່າງສອງປະເທດພວມຜະເຊີນກັບໂອກາດແຫ່ງການພັດທະນາອັນໃໝ່. ການທີ່ເຈົ້າຊີວິດມະຫາວະຊິຣາລົງກອນ ແຫ່ງຣາຊະອານາຈັກໄທ ຈະເດີນທາງຢ້ຽມຢາມຈີນເທື່ອນີ້ ເຊິ່ງເປັນເທື່ອທຳອິດທີ່ເຈົ້າຊີວິດໄທຢ້ຽມຢາມຈີນນັບແຕ່ສອງປະເທດໄດ້ສ້າງຕັ້ງສາຍພົວພັນທາງການທູດຮ່ວມກັນເປັນຕົ້ນມາ, ທ່ານ ສີຈິ້ນຜິງ ປະທານປະເທດຈີນ ແລະ ທ່ານ ຫຼີສຽງ ນາຍົກລັດຖະມົນຕີຈີນ ຕ່າງຈະພົບປະກັບສົມເດັດ. ຈີນຫວັງຢາກຜ່ານຈາກການຢ້ຽມຢາມຂອງສົມເດັດໃນຄັ້ງນີ້ ເພື່ອສືບສານມິດຕະພາບອັນເປັນມູນເຊື້ອ, ປັບປຸງຄວາມໄວ້ເນື້ອເຊື່ອໃຈກັນທາງການເມືອງໃຫ້ໝັ້ນຄົງ, ລົງເລິກການຮ່ວມມືແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ, ຊຸກຍູ້ການສ້າງຄູ່ຮ່ວມຊາຕາກຳຈີນ-ໄທໃຫ້ໄດ້ຮັບໝາກຜົນຫຼາຍຍິ່ງຂຶ້ນ, ເພື່ອສ້າງຄວາມຜາສຸກໃຫ້ແກ່ປະຊາຊົນສອງຊາດໃຫ້ດີກວ່າເກົ່າ ແລະ ປະກອບສ່ວນອັນຕັ້ງໜ້າເພື່ອສັນຕິພາບ, ສະຖຽນລະພາບ ກັບ ການພັດທະນາ ແລະ ຄວາມຈະເລີນຮຸ່ງເຮືອງຂອງພາກພື້ນ.
ແຫຼ່ງຂ່າວຈາກ: CGTN