ເຜີຍ​ແຜ່​ມາດ​ຕະ​ຖານ​ສາ​ກົນ​ທຳ​ອິດ​ກ່ຽວ​ກັບ 5Gດ້ານ​ອຸດ​ສາ​ຫະ​ກຳ​ຂອງ​ທົ່ວ​ໂລກ

CRI, November 7, 2025
Size:

ວັນທີ 6 ພະຈິກນີ້, ຄະນະກຳມະການເຕັກນິກໄຟຟ້າສາກົນ ຫຼື IEC ໄດ້ເຜີຍແຜ່ “ຄວາມຮຽກຮ້ອງທົ່ວໄປສຳລັບເຕັກໂນໂລຊີການສື່ສານ 5G ຂອງເຄືອຂ່າຍອຸດສາຫະກຳ” ທີ່ເປັນມາດຕະຖານສາກົນທຳອິດກ່ຽວກັບ 5G ດ້ານອຸດສາຫະກຳຂອງທົ່ວໂລກ. ເຊິ່ງມາດຕະຖານດັ່ງກ່າວແມ່ນຈີນ ແລະ ເຢຍລະມັນຮ່ວມກັນສະເໜີອອກໂດຍມີຊ່ຽວຊານຈາກຫຼາຍປະເທດ ເຊັ່ນ: ອາເມຣິກາ ຝຣັ່ງ ຍີ່ປຸ່ນ ແລະອື່ນໆປະສານງານ ແລະ ຄົ້ນຄວ້າຮ່ວມກັນ ເພື່ອແກ້ໄຂຊ່ອງຫວ່າງດ້ານມາດຕະຖານສາກົນໃນຂົງເຂດ5Gດ້ານອຸດສາຫະກຳໃຫ້ສຳເລັດ.

ການເຜີຍແຜ່ມາດຕະຖານດັ່ງກ່າວເປັນຂີດໝາຍທີ່ສະແດງໃຫ້ເຫັນວ່າ ຈີນໄດ້ຮັບຜົນງານລະດັບສາກົນທີ່ເປັນຂີດໝາຍສຳຄັນໃນຂົງເຂດເຊື່ອມໂຍງນຳໃຊ້ “5G +ອຸດສາຫະກຳ”, ເຊິ່ງໄດ້ປະກອບສ່ວນສະຕິປັນຍາ ແລະ ແຜນການຂອງຈີນໃນການຫັນເປັນດິຈິຕອນດ້ານອຸດສາຫະກຳການຜະລິດຂອງໂລກ.