ໄຂກອງປະຊຸມສຸດຍອດອູ່ເຈິ້ນວ່າດ້ວຍອິນເຕີເນັດໂລກ 2025

CRI, November 7, 2025
Size:

ກອງປະຊຸມສຸດຍອດອູ່ເຈິ້ນວ່າດ້ວຍອິນເຕີເນັດໂລກ 2025 ໄດ້ຈັດຂຶ້ນຢູ່ເມືອງອູ່ເຈິ້ນ ແຂວງເຈີ້ຈ່ຽງຂອງຈີນໃນຕອນເຊົ້າວັນທີ 7 ພະຈິກນີ້. ກອງປະຊຸມຄັ້ງນີ້ພາຍໃຕ້ຫົວຂໍ້ “ຮ່ວມກັນສ້າງອະນາຄົດແຫ່ງປັນຍາປະດິດດີຈີຕອນທີ່ຮ່ວມມືກັນແບບເປີດກວ້າງ, ປອດໄພ ແລະ ຊ່ວຍເຫຼືອກັນ, ເກາະແຂນກັນສ້າງປະຊາຄົມຮ່ວມຊາຕາກຳຂອງພື້ນທີ່ອິນເຕີເນັດ”.

ໃນໄລຍະດຳເນີນກອງປະຊຸມດັ່ງກ່າວ ຈະຈັດກອງປະຊຸມຍ່ອຍ 24 ຄັ້ງ ໂດຍປິ່ນອ້ອມບຼອກເຊນ ຫຼື BT, ກະສິກຳອັດສະລິຍະ, ປັນຍາປະດິດ ແລະ ເຕັກໂນໂລຊີລ້ຳຍຸກອື່ນໆ, ຂະຫຍາຍຫົວຂໍ້ຂອງກອງປະຊຸມທີ່ພຽງແຕ່ກ່ຽວພັນກັບຂົງເຂດອິນເຕີເນັດໄປສູ່ຂອບເຂດທີ່ເຊື່ອມໂຍງກັບເສດຖະກິດຕົວຈິງທີ່ເປັນສິນຄ້າຮູບປະທຳ ຫຼື Real economy ແລະ ເຕັກໂນໂລຊີວິທະຍາສາດລ້ຳຍຸກຢ່າງກວ້າງຂວາງກວ່າເກົ່າ.