ອົງການອຸຍແນັສໂກກຳນົດເອົາວັນທີ 21 ມີນາຂອງແຕ່ລະປີເປັນ “ວັນມວຍໄທເກັກສາກົນ”

CRI, November 6, 2025
Size:

ຕອນບ່າຍວັນທີ 5 ພະຈິກນີ້ຕາມເວລາທ້ອງຖິ່ນ, ກອງປະຊຸມອົງການເພື່ອການສຶກສາ ວິທະຍາສາດ ແລະ ວັດທະນະທຳແຫ່ງສະຫະປະຊາຊາດ ຫຼື ອຸຍແນັສໂກຄັ້ງທີ 43 ໄດ້ຮັບຮອງເອົາມະຕິ ໂດຍປະກາດວ່າ ໄດ້ກຳນົດເອົາວັນທີ 21 ມີນາຂອງແຕ່ລະປີເປັນ “ວັນມວຍໄທເກັກສາກົນ”. ຫົວຂໍ້ນີ້ແມ່ນຈີນເປັນຜູ້ລິເລີ່ມ ແລະ ໄດ້ຮັບການສະໜັບສະໜູນຢ່າງເປັນເອກະພາບກັນຈາກບັນດາປະເທດທີ່ເຂົ້າຮ່ວມກອງປະຊຸມ.

ໃນມະຕິດັ່ງກ່າວໄດ້ລະບຸວ່າ: ວັນທີ 21 ມີນາພໍດີກົງກັບວະສັນຕະວິສຸວັດ ເຊິ່ງສື່ເຖິງແນວຄິດແຫ່ງຄວາມດຸນດ່ຽງ ແລະ ຄວາມກົມກຽວກັນຂອງມວຍໄທເກັກ. ມວຍໄທເກັກໃນຖານະເປັນການເຄື່ອນໄຫວກິລາທີ່ມີມາແຕ່ສະໄໝບູຮານ ແລະ ເປັນມໍລະດົກວັດທະນະທຳທີ່ບໍ່ແມ່ນວັດຖຸຢ່າງໜຶ່ງ ໄດ້ເສີມຂະຫຍາຍບົດບາດອັນຕັ້ງໜ້າໃນການເສີມສ້າງສຸຂະພາບກໍຄືຄວາມສຸກຂອງມວນມະນຸດ, ສົ່ງເສີມຄວາມກົມກຽວກັນ ແລະ ຄວາມສະເໝີພາບລະຫວ່າງຍິງ-ຊາຍໃນສັງຄົມ, ຊຸກຍູ້ການແລກປ່ຽນ ແລະ ຖອດຖອນບົດຮຽນເຊິ່ງກັນແລະກັນ ພ້ອມດ້ວຍການສ້າງສັນຕິພາບ.

ມວຍໄທເກັກໄດ້ຖືກບັນທຶກເຂົ້າໃນ “ບັນຊີລາຍຊື່ຕົວແທນມໍລະດົກວັດທະນະທຳທີ່ບໍ່ແມ່ນວັດຖຸຂອງມວນມະນຸດ” ຂອງອົງການອຸຍແນັສໂກໃນປີ 2020, ແມ່ນຮູບແບບການຫັດກາຍບໍລິຫານດັ້ງເດີມທີ່ມີຜົນດີຕໍ່ສຸຂະພາບທາງຈິດ ແລະ ທາງກາຍຂອງຈີນ. ແນວຄິດໃຈກາງຂອງມວຍໄທເກັກແມ່ນຄວາມດຸນດ່ຽງກັນ, ສະຫງົບສັນຕິ, ຢູ່ຮ່ວມກັນຢ່າງກົມກຽວ ແລະ ເຄົາລົບນັບຖືເຊິ່ງກັນແລະກັນ ໄດ້ສອດຄ່ອງກັບຈຸດປະສົງ ແລະ ພາລະກິດຂອງອົງການອຸຍແນັສໂກທີ່ວ່າ “ສ້າງສິ່ງກຳບັງແຫ່ງການປົກປັກຮັກສາສັນຕິພາບໃນແນວຄິດຂອງຄົນ” ໃນລະດັບສູງ.