ຈີນ ແລະ ອາ​ຊຽນ​ໄດ້​ສ້າງສາຍສົ່ງ​ໄຟ​ຟ້າ​ຂ້າມ​ຊາດ​ສຳ​ເລັດ 16 ສາຍ

CRI, November 6, 2025
Size:

ວັນທີ 4 ພະຈິກນີ້ ກອງປະຊຸມເວທີປຶກສາຫາລືພະລັງງານສະອາດຂອງກອງປະຊຸມສຸດຍອດອາຊີຕາເວັນອອກຄັ້ງທີ 7 ທີ່ຈັດຂຶ້ນຢູ່ນະຄອນຟູໂຈ່ວແຂວງຟູຈ້ຽນຈີນໃຫ້ຮູ້ວ່າ, ການເຊື່ອມໂຍງເຊື່ອມຈອດດ້ານພະລັງໄຟຟ້າລະຫວ່າງຈີນ ແລະ ອາຊຽນມີຄວາມແໜ້ນແຟ້ນກວ່າເກົ່າ, ໄດ້ສ້າງສາຍສົ່ງໄຟຟ້າຂ້າມຊາດສຳເລັດແລ້ວ16 ສາຍ.

ອີງຕາມຕົວເລກສະຖິຕິຈາກອົງການພະລັງງານໝູນວຽນສາກົນຢືນຢັນວ່າ, ເມື່ອສົມທຽບປີ 2024 ໃສ່ ປີ 2019 ແລ້ວ, ກຳລັງຕິດຕັ້ງພະລັງງານໝູນວຽນຂອງອາຊຽນໄດ້ເພີ່ມຂຶ້ນຫຼາຍກວ່າ 1,5 ເທົ່າ, ການຫັນປ່ຽນຮູບແບບການພັດທະນາຂອງພະລັງງານ ແລະ ການພັດທະນາແບບສີຂຽວ ແລະ ກາກບອນຕ່ຳໄດ້ກາຍເປັນຫົວຂໍ້ຫຼັກແຫ່ງການພັດທະນາພ້ອມກັນລະຫວ່າງຈີນ ແລະ ອາຊຽນ. ຈີນ ແລະ ອາຊຽນໄດ້ສ້າງສາຍສົ່ງໄຟຟ້າທີ່ມີຄວາມແຮງ 110 ກິໂລວອນຂຶ້ນໄປຕໍ່ກັນເປັນຈຳນວນ 16 ສາຍ, ສອງຝ່າຍໄດ້ດຳເນີນການຄ້າຂາຍພະລັງໄຟຟ້າຂ້າມຊາດເຊິ່ງກັນແລະກັນຫຼາຍກວ່າ 75 ຕື້ກິໂລວັດໂມງ, ໃນນັ້ນພະລັງໄຟຟ້າແບບສີຂຽວກວມອັດຕາຫຼາຍກວ່າ 90%.