
ວັນທີ 3 ພະຈິກນີ້, ກອງປະຊຸມສຳມະນາລະຫວ່າງສະຖາບັນການປົກຄອງ ແລະ ຄັງສະໝອງຈີນ-ອາຊຽນຈັດຂຶ້ນຢູ່ນະຄອນໜານໜິງ ເທດສະບານເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີຈີນ.
ໃນກອງປະຊຸມສຳມະນາດັ່ງກ່າວ, ຜູ້ແທນ 10 ທ່ານຈາກຈີນ, ລາວ, ອິນໂດເນເຊຍ, ຫວຽດນາມ, ຟີລິບປິນ, ມາເລເຊຍ, ກຳປູເຈຍ, ມຽນມາ, ສິງກະໂປ ແລະ ໄທໄດ້ປະກອບຄຳເຫັນຕາມຫົວຂໍ້ສະເພາະ ໂດຍປິ່ນອ້ອມຫົວຂໍ້ “ການປົກຄອງປະເທດ ແລະ ອະລິຍະທຳອາຊີ” ໂດຍໄດ້ແບ່ງປັນແນວຄວາມຄິດ ແລະ ການປະຕິບັດຂອງປະເທດຕົນໃນການຊຸກຍູ້ໃຫ້ລະບົບ ແລະ ຄວາມສາມາດດ້ານການປົກຄອງເປັນແບບທັນສະໄໝ ບົນພື້ນຖານມູນເຊື້ອອະລິຍະທຳອາຊີ. ບັນດາຜູ້ເຂົ້າຮ່ວມກ່າວວ່າ: ກອງປະຊຸມສຳມະນາຄັ້ງນີ້ແມ່ນມາດຕະການທີ່ແຂງແຮງ ໃນການຈັດຕັ້ງປະຕິບັດຕາມຜົນຂອງກອງປະຊຸມສຸດຍອດຈີນ-ອາຊຽນ, ຊຸກຍູ້ການສ້າງເຄືອຂ່າຍການຮ່ວມມືລະຫວ່າງສະຖາບັນການປົກຄອງ ແລະ ຄັງສະໝອງຈີນ ແລະ ບັນດາປະເທດສະມາຊິກອາຊຽນ, ລົງເລິກການແລກປ່ຽນບົດຮຽ, ການຝຶກອົບຮົມ ແລະ ການຮ່ວມມືໃນຂົງເຂດການປົກຄອງປະເທດລະຫວ່າງຈີນ ແລະ ບັນດາປະເທດສະມາຊິກອາຊຽນ ເຊິ່ງໄດ້ບັນລຸຄວາມເຫັນທີ່ເປັນເອກະພາບກັນດ້ານແນວຄິດ ແລະ ເປັນສິ່ງຄ້ຳປະກັນທີ່ແຂງແຮງໃນການສ້າງປະຊາຄົມຮ່ວມຊາຕາກຳຈີນ-ອາຊຽນທີ່ແໜ້ນແຟ້ນກວ່າເກົ່າ.