
ວັນທີ 3 ພະຈິກນີ້, ສັບປະດາການຮ່ວມມືສື່ມວນຊົນ “ຄູ່ຮ່ວມມືອາຊຽນ” 2025 ທີ່ວິທະຍຸໂທລະພາບສູນກາງຈີນ ຫຼື CMG ແລະ ອົງການປົກຄອງເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີຈີນຮ່ວມກັນເປັນເຈົ້າພາບ ໄດ້ໄຂຂຶ້ນຢູ່ນະຄອນໜານໜິງ ເທດສະບານເຂດກວາງຊີຈີນ.
ກິດຈະກຳຄັ້ງນີ້ພາຍໃຕ້ຫົວຂໍ້ວ່າ: "ການເປີດກວ້າງ, ວັດທະນະທຳ, ຮ່ວມສາຍຄາດຽວກັນ" (Openness, Culture, Shared Home) ໂດຍມີເຈົ້າໜ້າທີ່ລັດຖະບານ, ທູຕານຸທູດປະຈຳຈີນ, ບຸກຄົນໃນວົງການສື່ມວນຊົນ, ຜູ້ຊ່ຽວຊານ, ນັກວິຊາການ ແລະອື່ນໆ 200 ກວ່າທ່ານທີ່ມາຈາກຈີນ ແລະ ປະເທດສະມາຊິກອາຊຽນເຂົ້າຮ່ວມ ເພື່ອດຳເນີນການສົນທະນາ ແລະ ແລກປ່ຽນຄວາມເຫັນຮ່ວມກັນຢ່າງເລິກເຊິ່ງ.

ທ່ານຟ້ານຢູນ ຮອງຜູ້ອຳນວຍການໃຫຍ່ CMG, ຮອງບັນນາທິການໃຫຍ່ CGTN ກ່າວວ່າ: ກອງປະຊຸມຄົບຄະນະຄັ້ງທີ 4 ຂອງຄະນະກຳມະການສູນກາງພັກຄອມມູນິດຈີນສະໄໝທີ 20 ໄດ້ພິຈາລະນາ ແລະ ຮັບຮອງເອົາຂໍ້ສະເໜີກ່ຽວກັບການວາງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 15 ເຊິ່ງໄດ້ວາງແຜນການໃໝ່ກ່ຽວກັບວຽກງານທີ່ຍິ່ງໃຫຍ່ຕ່າງໆ ເຊັ່ນ: ເປີດກວ້າງການເປີດປະຕູສູ່ພາຍນອກໃນລະດັບສູງ, ຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ດ້ວຍຄຸນນະພາບສູງ ແລະອື່ນໆ. CMG ຈະຖືເອົາ “ການເປີດກວ້າງ” ເປັນທິດຊີ້ນຳ, ຮ່ວມກັບຄູ່ຮ່ວມມືອາຊຽນ ເພື່ອຄົ້ນຄວ້າການປະຍຸກໃຊ້ປັນຍາປະດິດ, ຖານຂໍ້ມູນໃຫຍ່, cloud computing ແລະ ເຕັກນິກປະດິດສ້າງໃໝ່ອື່ນໆໃນຂົງເຂດສື່ມວນຊົນຕື່ມອີກ, ເຮັດໃຫ້ໝາກຜົນຂອງການຮ່ວມມືດ້ານສື່ມວນຊົນສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນບັນດາປະເທດໃນພາກພື້ນດີຂຶ້ນກວ່າເກົ່າ; ຖື “ວັດທະນະທຳ” ເປັນສາຍເຊື່ອມຕໍ່, ຮ່ວມກັບຄູ່ຮ່ວມມືອາຊຽນ ເພື່ອວາງແຜນຈັດກິດຈະກຳແລກປ່ຽນວັດທະນະທຳທີ່ເຊື່ອມຕໍ່ຈິດໃຈປະຊາຊົນ, ຕິດແທດກັບຊີວິດການເປັນຢູ່ຂອງປະຊາຊົນ ແລະ ມີຄວາມອົບອຸ່ນຫຼາຍກວ່າເກົ່າ; ຖື “ຮ່ວມສາຍຄາດຽວກັນ” ເປັນຈຸດຢືນ, ສືບຕໍ່ເສີມຂະຫຍາຍທ່າແຮງດ້ານໂຄສະນາເຜີຍແຜ່ສາກົນຂອງ CMG ທີ່ກວມເອົາ 85 ພາສາ, ເວທີສັບພະສື່ຂອງ CGTN, ມີສະຖານີ 192 ແຫ່ງຢູ່ຕ່າງປະເທດ ແລະອື່ນໆ ເພື່ອເລົ່າເລື່ອງກ່ຽວກັບຈີນ ແລະ ອາຊຽນຮ່ວມມືກັນແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດໃຫ້ດີ.

ທ່ານ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກປະຊາຊົນປະຕິວັດລາວໄດ້ກ່າວຄຳປາໄສຜ່ານທາງວີດີໂອວ່າ: ກິດຈະກຳຄັ້ງນີ້ບໍ່ພຽງແຕ່ໄດ້ສະທ້ອນເຖິງຈິດໃຈແຫ່ງການຮ່ວມມືເທົ່ານັ້ນ, ແຕ່ຍັງເປັນການຢັ້ງຢືນເຖິງສາຍພົວພັນອັນແໜ້ນແຟ້ນລະຫວ່າງປະຊາຊົນຈີນ-ອາຊຽນທີ່ມີມາແຕ່ດົນນານ. ຂ້າພະເຈົ້າເຫັນວ່າ ໃນຍຸກດີຈີຕອນ ທີ່ເຕັມໄປດ້ວຍການປ່ຽນແປງ, ບົດບາດຂອງສື່ມວນຊົນໄດ້ຫັນປ່ຽນໄປຢ່າງເຊິກເຊິ່ງ. ສື່ມວນຊົນບໍ່ພຽງແຕ່ເປັນຜູ້ລາຍງານຂ່າວ, ແຕ່ໄດ້ກາຍເປັນ “ຂົວຕໍ່” ທີ່ສຳຄັນໃນການເຊື່ອມໂຍງວັດທະນະທຳ ແລະ ສ້າງຄວາມເຂົ້າໃຈເຊິ່ງກັນແລະກັນ. ພວກເຮົາຮູ້ດີວ່າ ຈີນ ແລະ ອາຊຽນ ແມ່ນປະເທດບ້ານໃກ້ເຮືອນຄຽງເຊື່ອມຕໍ່ກັນທັງພູຜາ ແລະ ສາຍນ້ຳ, ສື່ມວນຊົນຂອງພວກເຮົາມີໜ້າທີ່ໃນການສ້າງຂົວຕໍ່ແຫ່ງມິດຕະພາບ ເພື່ອໃຫ້ປະຊາຊົນຂອງພວກເຮົາໄດ້ເຂົ້າໃຈ ແລະ ຮຽນຮູ້ເຊິ່ງກັນແລະກັນຫຼາຍຂຶ້ນ. ພວກເຮົາຕ້ອງຮ່ວມກັນນຳສະເໜີເລື່ອງລາວທີ່ສ້າງສັນ, ເລື່ອງລາວແຫ່ງການຮ່ວມມື ແລະ ການພັດທະນາ ເພື່ອສ້າງຄູ່ “ຮ່ວມສາຍຄາດຽວກັນ” ທີ່ໝັ້ນຄົງ, ເຂັ້ມແຂງ ແລະ ຍືນຍົງ. ໃນຖານະເປັນສະມາຊິກໜຶ່ງໃນຄອບຄົວອາຊຽນ, ສປປ ລາວ ພ້ອມຈະສົ່ງເສີມການຮ່ວມມືດ້ານສື່ມວນຊົນກັບ ສປ ຈີນ ແລະ ບັນດາປະເທດສະມາຊິກອາຊຽນອື່ນໆ ໃຫ້ເຂົ້າສູ່ລວງເລິກ. ຂ້າພະເຈົ້າມີຄວາມເຊື່ອໝັ້ນຢ່າງຍິ່ງວ່າ “ສັບປະດາຮ່ວມມື” ໃນຄັ້ງນີ້ ຈະເປັນເວທີທີ່ສຳຄັນໃຫ້ພວກເຮົາໄດ້ “ບັນລຸແນວຄວາມຄິດໃໝ່ໆ ແລະ ສຳຫຼວດເສັ້ນທາງໃໝ່” ເພື່ອຍົກລະດັບການຮ່ວມມືດ້ານສື່ມວນຊົນຂອງພວກເຮົາໃຫ້ກ້າວໄປອີກຂັ້ນໜຶ່ງ.

ສັບປະດາການຮ່ວມມືຄັ້ງນີ້ຍັງຈະຈັດກອງປະຊຸມສົນທະນາຊາວໜຸ່ມວົງການສື່ມວນຊົນຈີນ-ອາຊຽນ, ຊາວໜຸ່ມວົງການສື່ມວນຊົນສອງຝ່າຍຈະຄົ້ນຄວ້າປຶກສາຫາລືກ່ຽວກັບການປະດິດສ້າງໃໝ່ດ້ານການພັດທະນາ ແລະ ການຮ່ວມມືດ້ານສື່ມວນຊົນ ໂດຍປິ່ນອ້ອມ “ປັນຍາປະດິດສ້າງພະລັງຂັບເຄື່ອນໃຫ້ແກ່ສື່ມວນຊົນ ແລະ ວັດທະນະທຳ” ແລະ ຫົວຂໍ້ອື່ນໆ.