ຕອນເຊົ້າວັນທີ 1 ພະຈິກນີ້, ກອງປະຊຸມເປີດກວ້າງ ລັດຖະມົນຕີປ້ອງກັນປະເທດອາຊຽນຄັ້ງທີ 12 ໄດ້ຈັດຂຶ້ນຢູ່ນະຄອນຫຼວງກົວລາລຳເປີຂອງມາເລເຊຍ, ທ່ານຕົງຈູ່ນ ລັດຖະມົນຕີກະຊວງປ້ອງກັນປະເທດຈີນໄດ້ເຂົ້າຮ່ວມ ແລະ ກ່າວຄຳປາໄສໃນກອງປະຊຸມດັ່ງກ່າວ.
ທ່ານຕົງຈູ່ນ ກ່າວວ່າ: ຈີນ ແລະ ອາຊຽນເປັນບ້ານໃກ້ເຮືອນຄຽງ, ມີຄວາມຄອງຄອຍຫຼາຍທີ່ສຸດທີ່ຢາກໄດ້ເຫັນສັນຕິພາບ ແລະ ຄວາມສະຫງົບໃນພາກພື້ນ ພ້ອມທັງເສີມຂະຫຍາຍບົດບາດສຳຄັນໃນເລື່ອງດັ່ງກ່າວ. ຈີນສະໜັບສະໜູນຖານະໃຈກາງຂອງອາຊຽນໃນໂຄງຮ່າງພາກພື້ນຢ່າງເດັດດ່ຽວ, ຍິນດີຮ່ວມກັບບັນດາປະເທດໃນພາກພື້ນ, ແບກຫາບໜ້າທີ່ຮັບຜິດຊອບເພື່ອປົກປ້ອງສັນຕິພາບໃນພາກພື້ນ, ແກ້ໄຂຂໍ້ຂັດແຍ້ງໂດຍຜ່ານການສົນທະນາ ແລະ ປຶກສາຫາລືກັນ, ຍົກລະດັບການເປີດປະຕູສູ່ພາຍນອກ ແລະ ການຮ່ວມມື, ສ້າງປະຊາຄົມຮ່ວມຊາຕາກຳຈີນ-ອາຊຽນທີ່ແໜ້ນແຟ້ນກວ່າເກົ່າ, ຮ່ວມກັນປົກປັກຮັກສາສັນຕິພາບ ແລະ ສະຖຽນລະພາບຂອງສາກົນ ແລະ ພາກພື້ນ.