ກິດ​ຈະ​ກຳ​ແລກ​ປ່ຽນ​ຂອງຊາວ​ໜຸ່ມ​ກ່ຽວ​ກັບ​ຊັບ​ພະ​ຍາ​ກອນ​ນ້ຳພາຍ​ໃຕ້​ຫົວ​ຂໍ້ “ການ​ນັດ​ໝາຍ​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ” ຈັດຂຶ້ນຢ່າງ​ສຳ​ເລັດ​ຜົນ

lmcchina.org, November 3, 2025
Size:

ຫວ່າງບໍ່ດົນມານີ້, ສູນການຮ່ວມມືຊັບພະຍາກອນນ້ຳ ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ແລະ ມະຫາວິທະຍາໄລເຫີໄຫ ໄດ້ຮ່ວມກັນຈັດກິດຈະກຳແລກປ່ຽນຂອງ ຊາວໜຸ່ມກ່ຽວກັບຊັບພະຍາກອນນ້ຳ ພາຍໃຕ້ຫົວຂໍ້ “ການນັດໝາຍແມ່ນ້ຳລ້ານຊ້າງ -ແມ່ນ້ຳຂອງ” ຢູ່ນະຄອນນານກິ່ງ ນະຄອນອູຮັ້ນ ແລະ ແຫ່ງອື່ນໆ, ພ້ອມ ທັງໄດ້ຮັບຮອງເອົາ “ຂໍ້ລິເລີ່ມການເຄື່ອນໄຫວຂອງຊາວໜຸ່ມເພື່ອຊັບພະຍາກອນນ້ຳ `ການນັດໝາຍແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ`.

ຜູ້ຕາງໜ້າຊາວໜຸ່ມ 6 ປະເທດລ່ອງແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ພາກັນກ່າວວ່າ: ຊາວໜຸ່ມໄດ້ແບກຫາບຄວາມຮັບຜິດຊອບດ້ານການຮ່ຳຮຽນ, ການລິເລີ່ມ, ຊຸກຍູ້ຄວາມຍຸຕິທຳ ແລະ ການປະດິດສ້າງໃໝ່, ພະຍາຍາມເປັນຜູ້ເຜີຍແຜ່ການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ແລະ ຜູ້ເສີມສ້າງຂົວມິດຕະພາບ, ອຸທິດກຳລັງຂອງຊາວໜຸ່ມເພື່ອຄວາມປອດໄພດ້ານຊັບພະຍາກອນນ້ຳຂອງລ່ອງແມ່ນ້ຳ.

ໃນໄລຍະຈັດກິດຈະກຳ, ຜູ້ຕາງໜ້າຊາວໜຸ່ມ 6 ປະເທດໄດ້ເດີນທາງໄປທັດສະນະສຶກສາຢູ່ສະຖາບັນວິທະຍາສາດແມ່ນ້ຳຢາງເຊ, ສະຖານີອຸທົກກະສາດຮັ້ນໂຂວ ກົມອຸທົກກະສາດຄະນະກຳມະການຊັບພະຍາກອນນ້ຳແມ່ນ້ຳຢາງເຊ ແລະ ແຫ່ງອື່ນໆ, ໄດ້ຮັບຮູ້ຜົນງານການຄົ້ນຄວ້າວິທະຍາສາດທີ່ທັນສະໄໝໃນດ້ານການປ້ອງກັນ ແລະ ຫຼຸດຜ່ອນຜົນກະທົບຈາກໄພນ້ຳຖ້ວມ, ການປັບປຸງລ່ອງແມ່ນ້ຳແບບສັງລວມ ແລະ ດ້ານອື່ນໆ, ຊຶ່ງໄດ້ເພີ່ມທະວີຄວາມເຂົ້າໃຈຂອງຊາວໜຸ່ມໃນປະເທດລ່ອງແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງຕໍ່ທັດສະນະ, ເຕັກນິກ ແລະ ພຶດຕິກຳຂອງຈີນໃນການຄຸ້ມຄອງຊັບພະຍາກອນນ້ຳ.