
ວັນທີ 25 ຕຸລາ 2025, ກອງປະຊຸມເວທີເປິກສາຫາລືການຮ່ວມມືດ້ານການສຶກສາແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ(ຜູເອີ)ຄັ້ງທີ 5 ໄດ້ໄຂຂຶ້ນຢູ່ວິທະຍາໄລຜູເອີນະຄອນຜູເອີແຂວງຢຸນນານຈີນ. ມີຊ່ຽວຊານ ແລະ ນັກວິຊາການທັງພາຍໃນ ແລະ ຕ່າງປະເທດ 200 ກວ່າຄົນໄດ້ເຕົ້າໂຮມກັນ, ແລກປ່ຽນບົດຮຽນກ່ຽວກັບການສຶກສາດີຈິຕອນ ແລະ ການປ່ຽນແປງຮູບແບບການພັດທະນາຕາມທິດສີຂຽວ, ເປິກສາກ່ຽວກັບຊ່ອງທາງໃໝ່ທີ່ເຊື່ອມໂຍງການສຶກສາກັບອຸດສາຫະກຳ.

ກອງປະຊຸມຄັ້ງນີ້ມີຫົວຂໍ້ຫຼັກວ່າ “ນຳໜ້າໂດຍການສຶກສາ, ສ້າງອະນາຄົດແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ”, ສຸມໃສ່ການປາຖະກະຖາ ແລະ ເປິກສາຫາລືດ້ານວິຊາການໂດຍປິ່ນອ້ອມຫົວຂໍ້ຕ່າງໆ ເຊັ່ນ: ການຮ່ວມມືສາກົນດ້ານການສຶກສາ, ເສດຖະກິດດິຈິຕອນ, ຜູ້ມີຄວາມຮູ້ຄວາມສາມາດດ້ານດິຈິຕອນ, ປັນຍາປະດິດ, ການພັດທະນາສີຂຽວ, ພະລັງງານສະອາດ, ກະສິກຳອັດສະລິຍະ ແລະອື່ນໆ, ຊຶ່ງໄດ້ເປີດແນວຄວາມຄິດໃໝ່ ແລະ ແຜນການໃໝ່ໃຫ້ແກ່ການຮ່ວມມືດ້ານການສຶກສາໃນພາກພື້ນ.