
ວັນທີ 29 ຕຸລານີ້, ທ່ານ ອະນຸທິນ ຊານວີຣະກູນ ນາຍົກລັດຖະມົນຕີໄທເປີດເຜີຍໃຫ້ຮູ້ວ່າ: ໄທມີແຜນຈະຈັດກອງປະຊຸມຫຼາຍຝ່າຍໜຶ່ງຄັ້ງ ເພື່ອເຊື້ອເຊີນຫຼາຍປະເທດອ້ອມຂ້າງມາຮ່ວມກັນປຶກສາຫາລືກ່ຽວກັບການປາບປາມອາດຊະຍາກຳທາງອິນເຕີເນັດ.
ມື້ດຽວກັນ, ທ່ານ ອະນຸທິນກ່າວຢືນຢັນວ່າ: ຕົນໄດ້ຢ້ຳຄືນຄຳໝັ້ນສັນຍາຂອງໄທກ່ຽວກັບການປາບປາມອາດຊະຍາກຳທາງອິນເຕີເນັດໃນໄລຍະກອງປະຊຸມສຸດຍອດອາຊຽນ ພ້ອມທັງໄດ້ສະເໜີຢ່າງເປັນທາງການວ່າ ໄທຈະເປັນເຈົ້າພາບຈັດກອງປະຊຸມຫຼາຍຝ່າຍລະດັບພາກພື້ນ ເຊິ່ງມີຈຸດປະສົງເພື່ອປາບປາມອາດຊະຍາກຳທາງອິນເຕີເນັດດ້ວຍຮູບການທີ່ເປັນຮູບປະທຳແລະມີຄວາມເດັດຂາດຫຼາຍກວ່າເກົ່າ. ເລື່ອງນີ້ໄດ້ມອບໃຫ້ກະຊວງການຕ່າງປະເທດໄທເປັນຜູ້ຮັບຜິດຊອບຈັດຕັ້ງປະຕິບັດຕົວຈິງແລ້ວ, ແລະອົງການທີ່ກ່ຽວຂ້ອງຈະຊຸກຍູ້ການປະຕິບັດງານທີ່ກ່ຽວຂ້ອງຢ່າງຕໍ່ເນື່ອງໃນຕໍ່ໜ້າ.
ກ່ອນໜ້ານີ້, ທ່ານອະນຸທິນໄດ້ກ່າວຢືນຢັນວ່າ ໄທໄດ້ຍົກລະດັບການປາບປາມການຕົວະຍົວະຫຼອກລວງ ແລະອາດຊະຍາກຳທາງອິນເຕີເນັດຂຶ້ນເປັນວາລະແຫ່ງຊາດແລ້ວ, ໂດຍຈະນຳໃຊ້ພາຫະນະທຸກຢ່າງທີ່ອາດເປັນໄປໄດ້ ແລະຮູບການຕ່າງໆເພື່ອຕັ້ງໜ້າເຂົ້າຮ່ວມການເຄື່ອນໄຫວຂອງປະຊາຄົມໂລກໃນການປາບປາມກຸ່ມແກ້ງຕົວະຍົວະຫຼອກລວງ.
ແຫຼ່ງຂ່າວຈາກ: CGTN