
ວັນທີ 29 ຕຸລານີ້, ພິທີເປີດເທດສະການເດີນສາຍຮູບເງົາດີເດັ່ນ ລາວ-ຈີນ 2025 ໂດຍຮ່ວມກັນລະຫວ່າງ ວິທະຍຸໂທລະພາບສູນກາງຈີນ ຫຼື CMG ປະຈຳລາວ, ກົມຮູບເງົາ ກະຊວງວັດທະນະທຳ ແລະ ການທ່ອງທ່ຽວລາວ ແລະ ບໍລິສັດຕາຂ່າຍໄຟຟ້າພາກໃຕ້ຈີນຈໍາກັດ ໄດ້ຈັດຂຶ້ນຢູ່ນະຄອນຫຼວງວຽງຈັນ, ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານນາງ ອິນລາວັນ ແກ້ວບຸນພັນ ຮອງປະທານຜູ້ປະຈໍາການສູນກາງແນວລາວສ້າງຊາດ, ທ່ານ ເລັດ ໄຊຍະພອນ ປະທານສູນກາງສະຫະພັນກຳມະບານລາວ, ທ່ານນາງ ດາລານີ ພົມມະວົງສາ ຮອງລັດຖະມົນຕີກະຊວງວັດທະນະທໍາ ແລະ ການທ່ອງທ່ຽວລາວ, ທ່ານ ລາວປາວຊົງ ນະວົງໄຊ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກປະຊາຊົນປະຕິວັດລາວ, ທ່ານ ໄຊຊະນະ ສິດທິພອນ ຮອງລັດຖະມົນຕີກະຊວງວິທະຍາສາດແລະເຕັກໂນໂລຊີ, ທ່ານ ວາງຊ້າງ ອຸປະທູດຊົ່ວຄາວຂອງສະຖານທູດ ສປ ຈີນປະຈຳ ສປປ ລາວ ພ້ອມດ້ວຍແຂກຖືກເຊີນເຂົ້າຮວ່ມຊົມຫຼາຍຮ້ອຍກວ່າທ່ານ.

ໃນພິທີເປີດ, ທ່ານ ນາງ ດາລານີ ພົມມະວົງສາ ໄດ້ສະແດງຄວາມຊົມເຊີຍຕໍ່ເຈົ້າພາບຈັດງານວ່າ: ເທດສະການຮູບເງົາດີເດັ່ນລາວ-ຈີນ ໄດ້ເປັນສັນຍາລັກທີ່ສຳຄັນຂອງການເຊື່ອມຕໍ່ຈິດໃຈລະຫວ່າງປະຊາຊົນລາວ ແລະຈີນ, ຜ່ານຮູບພາບ ແລະ ເລື່ອງລາວທີ່ໜ້າສົນໃຈໄດ້ສະທ້ອນສາຍພົວພັນທາງວັດທະນະທໍາອັນເລິກເຊິ່ງລະຫວ່າງສອງຊາດລາວ-ຈີນ ແລະ ສົ່ງເສີມສາຍພົວພັນທີ່ໃກ້ຊິດລະຫວ່າງປະຊາຊົນດ້ວຍກັນ.

ໃນຂະນະທີ່ທ່ານ ວາງຊາງ ໄດ້ກ່າວວ່າ: ເທດສະການຮູບເງົາດີເດັ່ນລາວ-ຈີນ ໄດ້ຈັດຕັ້ງປະຕິບັດມາຫຼາຍປີແລ້ວ, ແຕ່ລະປີ, ຮູບເງົາທີ່ດີເດັ່ນຂອງຈີນທີ່ພາກສຽງເປັນພາສາລາວຢ່າງລະອຽດ, ໄດ້ນຳສະເໜີການພັດທະນາ ແລະ ການຫັນປ່ຽນຂອງຈີນ, ຄວາມກ້າຫານດຸໝັ່ນຂະຫຍັນພຽນຂອງປະຊາຊົນ, ແລະ ຄວາມຫຼາກຫຼາຍຂອງວັດທະນະທໍາໃຫ້ແກ່ຜູ້ຊົມລາວຢ່າງມີຊີວິດຊີວາ, ໄດ້ກາຍເປັນຂົວເຊື່ອມຕໍ່ຄວາມເຂົ້າໃຈມິດຕະພາບລະຫວ່າງຈີນ-ລາວ ແລະ ຊຸກຍູ້ການພັດທະນາເສດຖະກິດ-ສັງຄົມຂອງປະເທດຄູ່ຮ່ວມມືນັ້ນຢ່າງເຕັມທີ່.

ໃນພິທີເປີດຄັ້ງນີ້, ເຈົ້າພາບເທດສະການໄດ້ສາຍຮູບເງົາຈີນເລື່ອງ “ສະບາຍດີ ອີ່ແມ່” ທີ່ແປ ແລະ ພາກເປັນພາສາລາວ ເຊິ່ງມີເນື້ອເລື່ອງທີ່ອົບອຸ່ນໃຈລະຫວ່າງສອງແມ່ລູກ, ໄດ້ສະແດງໃຫ້ເຫັນເຖິງຄວາມຮັກສຸດອົກສຸດໃຈລະຫວ່າງແມ່ ແລະ ລູກສາວ. ກິດຈະກຳຄັ້ງນີ້ມີຮູບເງົາ 2 ເລື່ອງ ຄື, ສະບາຍດີ ອີ່ແມ່ ແລະ ມະນຸດ ດວງຈັນ. ພາຍຫຼັງພິທີເປີດຈະເດີນສາຍຢູ່ 3 ແຂວງຂອງລາວຄື: ແຂວງຫົວພັນ, ຫຼວງພະບາງ ແລະ ຈໍາປາສັກ ໂດຍຈະດຳເນີນໄປຮອດທ້າຍເດືອນພະຈິກປີ 2025.

ເທດສະການຮູບເງົາດີເດັ່ນ ລາວ-ຈີນ ເລີ່ມຈັດຂຶ້ນແຕ່ປີ 2017 ເປັນຕົ້ນມາ ໂດຍໄດ້ນຳເອົາຮູບເງົາດີເດັ່ນຈີນ 20 ກວ່າເລື່ອງທີ່ພາກສຽງເປັນພາສາລາວ ໄປສາຍຢູ່ທົ່ວປະເທດລາວ ຫຼາຍກວ່າ 100 ຄັ້ງ, ເຮັດໃຫ້ປະຊາຊົນລາວທັງຫຼາຍ ຮັບຮູ້ວັດທະນະທຳອັນເປັນມູນເຊື້ອທີ່ດີງາມຂອງຈີນ ແລະ ສະພາບພົ້ນເດັ່ນຫຼາຍດ້ານຂອງຈີນໃນຍຸກໃໝ່. ກິດຈະກຳດັ່ງກ່າວ ໄດ້ກາຍເປັນກິດຈະກຳສຳຄັນໃນການເພີ່ມທະວີການແລກປ່ຽນດ້ານວັດທະນະທຳລະຫວ່າງສອງປະເທດ ເຊິ່ງໄດ້ເພີ່ມທະວີຄວາມເຂົ້າໃຈ ແລະ ມິດຕະພາບລະຫວ່າງປະຊາຊົນສອງະເທດ, ພ້ອມທັງສ້າງບັນຍາກາດທີ່ດີໃຫ້ແກ່ການສ້າງຄູ່ຮ່ວມຊາຕາກຳລາວ-ຈີນ.

ນັບແຕ່ປີ 2024 ເປັນຕົ້ນມາ, ບໍລິສັດຕາຂ່າຍໄຟຟ້າພາກໃຕ້ຈີນຈຳກັດ ໄດ້ຮ່ວມກັນເປັນເຈົ້າພາບຈັດກິດຈະກຳດັ່ງກ່າວ, ໃນຂະນະທີ່ຕັ້ງໜ້າເຂົ້າຮ່ວມການສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ຢ່າງມີຄຸນນະພາບສູງ, ບໍລິສັດດັ່ງກ່າວ ຍັງໄດ້ເຂົ້າຮ່ວມໂຄງການສາທາລະນະປະໂຫຍດຫຼາກຫຼາຍຢ່າງເປັນເຈົ້າການ ແລະຕັ້ງໜ້າ ຊຸກຍູ້ການພັດທະນາເສດຖະກິດ-ສັງຄົມຂອງປະເທດຄູ່ຮ່ວມມືນັ້ນຢ່າງເຕັມທີ່.