
ຕອນຄ່ຳວັນທີ 28 ຕຸລານີ້, ສັບປະດາລະຄອນຈີນ-ອາຊຽນ(ໜານໜິງ)ຄັ້ງທີ 12ໄດ້ຈັດການສະແດງຄັ້ງທຳອິດ, ເຊິ່ງເປັນການໄຂສັບປະດາຄັ້ງນີ້.
ສັບປະດາລະຄອນຄັ້ງນີ້ໄດ້ເຕົ້າໂຮມບັນດາຄະນະສິລະປປາກອນ ແລະ ນັກສິລະປິນທີ່ດີເດັ່ນຈາກຈີນ ແລະ ອາຊຽນ. ໂດຍມີ 11 ຄະນະສິລະປະຈາກ 8 ປະເທດສະມາຊິກອາຊຽນຄື: ໄທ, ຫວຽດນາມ, ສິງກະໂປ, ອິນໂດເນເຊຍ, ຟິລິບປິນ, ກຳປູເຈຍ, ມຽນມາ ແລະ ມາເລເຊຍ, ກໍຄື 29 ຄະນະສິລະປະດີເດັ່ນຂອງຈີນຈາກ 13 ແຂວງ (ເຂດປົກຄອງຕົນເອງ, ກຳແພງນະຄອນ) ເຕົ້າໂຮມກັນຢູ່ນະຄອນໜານໜິງເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີຈີນ, ເຊິ່ງຈະສະແດງ 25 ລະຄອນໃຫ້ແກ່ຜູ້ຊົມ.
ປັດຈຸບັນ, ສັບປະດາລະຄອນຈີນ-ອາຊຽນ (ໜານໜິງ) ໄດ້ກາຍເປັນເວທີສຳຄັນສຳລັບການແລກປ່ຽນວັດທະນະທຳຂອງພາກພື້ນ, ເຊິ່ງໄດ້ຊຸກຍູ້ການສະແດງ, ການແລກປ່ຽນ ແລະຖອດຖອນບົດຮຽນເຊິ່ງກັນແລະກັນດ້ານສິລະປະການລະຄອນລະຫວ່າງຈີນກັບປະເທດສະມາຊິກອາຊຽນຢ່າງມີປະສິດທິຜົນ, ທັງໄດ້ເສີມຂະຫຍາຍບົດບາດຮັດແໜ້ນມິດຕະພາບທີ່ເປັນມູນເຊື້ອ ແລະ ຊຸກຍູ້ການແລກປ່ຽນເຊິ່ງກັນແລະກັນດ້ານອະລິຍະທຳ.