ປິດກອງ​ປະ​ຊຸມ​ສຸດຍອດ​ອາ​ຊຽນ​ຄັ້ງ​ທີ 47 ແລະ​ກອງ​ປະ​ຊຸມ​ທີ່​​ປິ່ນ​ອ້ອມ

CRI, November 2, 2025
Size:

ພິທີປິດກອງປະຊຸມສຸດຍອດອາຊຽນຄັ້ງທີ 47 ໄດ້ຈັດຂຶ້ນໃນວັນທີ 28 ຕຸລານີ້ຢູ່ນະຄອນຫຼວງກົວລາລຳເປີ ປະເທດມາເລເຊຍ.

ໂອກາດດັ່ງກ່າວ, ທ່ານ ອັນວາ ອີບຣາຮິມ ນາຍົກລັດຖະມົນຕີມາເລເຊຍໄດ້ກ່າວຄຳປາໄສວ່າ: ໃນກອງປະຊຸມຄັ້ງນີ້, ບັນດາຝ່າຍໄດ້ສ້າງຂົວຕໍ່, ດຳເນີນການສົນທະນາກັນ ເຊິ່ງຢັ້ງຢືນໃຫ້ເຫັນວ່າ ກົນໄກອາຊຽນຍັງຄົງມີປະສິດທິຜົນພາຍໃຕ້ການນຳພາຢ່າງສົມເຫດສົມຜົນດ້ວຍຄວາມອົດທົນ.

ໃນພິທີຖະແຫຼງຂ່າວພາຍຫຼັງພິທີປິດກອງປະຊຸມ, ທ່ານ ອັນວາ ອີບຣາຮິມ ກ່າວຢືນຢັນວ່າ: ໃນກອງປະຊຸມສຸດຍອດຄັ້ງນີ້ແລະກອງປະຊຸມຕ່າງໆທີ່ປິ່ນອ້ອມ, ອາຊຽນກັບຄູ່ຮ່ວມຍຸດທະສາດໄດ້ເຊັນສັນຍາຮ່ວມມືເສດຖະກິດຫຼາຍສະບັບ ເຊິ່ງສະແດງໃຫ້ເຫັນວ່າ ອາຊຽນຈະສືບຕໍ່ລົງເລິກການຮ່ວມມືດ້ານເສດຖະກິດການຄ້າກັບບັນດາຝ່າຍ ເພື່ອປົກປັກຮັກສາສັນຕິພາບແລະການເຕີບໂຕດ້ານເສດຖະກິດຂອງພາກພື້ນ. ທ່ານຍັງກ່າວວ່າ: ຕີມໍເລັສເຕໄດ້ເຂົ້າເປັນປະເທດສະມາຊິກທີ 11 ຂອງອາຊຽນໃນກອງປະຊຸມສຸດຍອດຄັ້ງນີ້ແລະກອງປະຊຸມຕ່າງໆທີ່ປິ່ນອ້ອມ ຖືວ່າສົມເປັນຂີດໝາຍສຳຄັນທາງປະຫວັດສາດ. 

ແຫຼ່ງຂ່າວຈາກ: CGTN