ລະຫວ່າງວັນທີ 14 ຫາ 15 ຕຸລາ 2025, “ການຝຶກຊ້ອມຮ່ວມເພື່ອຮັບມືສຸກເສີນພະຍາດຕິດແປດຮ້າຍແຮງຂ້າມຊາຍແດນລະຫວ່າງສາມປະເທດຈີນ-ລາວ-ຫວຽດນາມ ປະຈຳປີ 2025” ໄດ້ຈັດຂຶ້ນຢູ່ເມືອງຈ່ຽງເຊິນ ນະຄອນພູເອີ ແຂວງຢູນນານຢ່າງສຳເລັດຜົນ ມີຜູ້ເຂົ້າຮ່ວມທັງໝົດ 241 ຄົນ ຈາກກະຊວງສາທາລະນະສຸກ, ພະແນກສາທາລະນະສຸກ ແລະ ອົງການທີ່ຮັບຜິດຊອບວຽກງານສາທາລະນະສຸກຢູ່ບັນດາແຂວງລຽບຕາມຊາຍແດນຂອງປະເທດຫວຽດນາມ ແລະ ລາວ ກໍຄື ຈາກສູນປ້ອງກັນ ແລະ ຄວບຄຸມພະຍາດແຫ່ງ ສປ ຈີນ, ທີມງານຮັບມືສຸກເສີນຕໍ່ເຫດການສາທາລະນະສຸກຂັ້ນແຂວງ, ກິ່ງແຂວງ(ນະຄອນ) ແລະ ເມືອງຂອງແຂວງຢູນນານ.
ການຝຶກຊ້ອມຄັ້ງນີ້, ໄດ້ຈຳລອງ ແລະ ຝຶກຊ້ອມການຮັບມືຕໍ່ການລະບາດຢ່າງຮ້າຍແຮງຂອງພະຍາດຕິດແປດຂ້າມຊາຍແດນ, ເປັນການປັບປຸງກົນໄກການປ້ອງກັນ ແລະ ຄວບຄຸມຮ່ວມກັນຕໍ່ພະຍາດຕິດແປດຂ້າມຊາຍແດນທີ່ເກີດຂຶ້ນຢູ່ເຂດລຽບຕາມຊາຍແດນອີກບາດກ້າວ ໜຶ່ງ, ເປັນການຝຶກຝົນ ແລະ ເພີ່ມຂີດຄວາມສາມາດໃຫ້ທີມງານຮັບມືສຸກເສີນດ້ານເຫດການສາທາລະນະສຸກຢູ່ບັນດາເຂດລຽບຕາມຊາຍແດນຂອງສາມປະເທດ ຄື: ຈີນ, ລາວ ແລະ ຫວຽດນາມ ຢ່າງມີປະສິດທິຜົນ ໃນການຕອບໂຕ້ໄວ, ການປະສານງານທາງໄກ ແລະ ການແກ້ໄຂຢູ່ພາກສະໜາມ, ທັງເປັນການຊອກຄົ້ນຢ່າງຕັ້ງໜ້າກ່ຽວກັບການປົກປັກຮັກສາຄວາມປອດໄພດ້ານສາທາລະນະສຸກ, ການຍົກລະດັບການປ້ອງກັນ ແລະ ຮັບມືກັບການລະບາດຂອງພະຍາດຕິດແປດຮ້າຍແຮງ ຢ່າງຮອບດ້ານທີ່ເກີດຂຶ້ນຢູ່ເຂດຊາຍແດນ.