ທ່ານ ຫຼີ​ສຽງ ນາ​ຍົກ​ຈີນເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ອາ​ຊີ​ຕາ​ເວັນ​ອອກ​ຄັ້ງ​ທີ 20

CRI, October 30, 2025
Size:

ວັນທີ 27 ຕຸລານີ້, ກອງປະຊຸມສຸດຍອດອາຊີຕາເວັນອອກຄັ້ງທີ20ໄດ້ໄຂຂຶ້ນຢູ່ນະຄອນຫຼວງກົວລາລຳເປີ ປະເທດມາເລເຊຍ, ທ່ານ ຫຼີສຽງ ນາຍົກລັດຖະມົນຕີຈີນໄດ້ເຂົ້າຮ່ວມແລະກ່າວຄຳປາໄສສຳຄັນຕໍ່ກອງປະຊຸມຄັ້ງນີ້.

ໂອກາດດັ່ງກ່າວ, ທ່ານ ຫຼີສຽງ ກ່າວວ່າ:  ຕະຫຼອດໄລຍະ 20 ປີນັບແຕ່ກອງປະຊຸມສຸດຍອດອາຊີຕາເວັນອອກຄັ້ງທຳອິດຈັດຂຶ້ນຢູ່ນະຄອນຫຼວງກົວລາລຳເປີມານີ້, ໄດ້ເສີມຂະຫຍາຍບົດບາດສ້າງສັນໂດຍລວມ, ຊຸກຍູ້ສະຖຽນລະພາບແລະການພັດທະນາຢ່າງວ່ອງໄວຂອງພາກພື້ນ. ຈີນຍິນດີຮ່ວມກັບບັນດາຝ່າຍຍຶດໝັ້ນອຸດົມການແຕ່ຫົວທີຂອງກອງປະຊຸມສຸດຍອດອາຊີຕາເວັນອອກ, ເຄື່ອນໄຫວຢ່າງຕັ້ງໜ້າໂດຍສຸມໃສ່ຂໍ້ລິເລີ່ມການບໍລິຫານທົ່ວໂລກ, ສຸມຄວາມພະຍາຍາມຮ່ວມກັນເພື່ອເພີ່ມພະລັງແຮງສ້າງສັນຫຼາຍກວ່າເກົ່າໃຫ້ສັນຕິພາບແລະການພັດທະນາຂອງພາກພື້ນ. ໜຶ່ງແມ່ນ ຍຶດໝັ້ນເຕົ້າໂຮມຄວາມຮັບຮູ້ທີ່ເປັນເອກະພາບກັນ, ສອງແມ່ນສຸມກຳລັງເຂົ້າໃນການແກ້ໄຂບັນຫາພົ້ນເດັ່ນ, ສາມແມ່ນປະຕິຮູບແລະບູລະນະລະບົບລະບຽບການໃຫ້ສົມບູນຂຶ້ນ.

ທ່ານ ອັນວາ ອີບຣາຮິມ ນາຍົກລັດຖະມົນຕີມາເລເຊຍ, ປະເທດປະທານໝູນວຽນຂອງອາຊຽນໄດ້ເປັນປະທານກອງປະຊຸມສຸດຍອດອາຊີຕາເວນອອກຄັ້ງນີ້ ເຊິ່ງໄດ້ຮັບຮອງເອົາຖະແຫຼງການກົວລາລຳເປີກ່ຽວກັບກອງປະຊຸມສຸດຍອດອາຊີຕາເວນອອກຄົບຮອບ 20 ປີ ແລະ ຖະແຫຼງການຜູ້ນຳຂອງກອງປະຊຸມສຸດຍອດອາຊີຕາເວັນອອກກ່ຽວກັບການເຄື່ອນໄຫວປ້ອງກັນໄພພິບັດຂອງບັນດາປະເທດເພື່ອ ເພີ່ມທະວີການກຽມຄວາມພ້ອມແລະຮັບມືກັບໄພພິບັດ.

ແຫຼ່ງຂ່າວຈາກ: CGTN