
ວັນທີ 28 ຕຸລານີ້, ທ່ານຫຼີສຽງ ນາຍົກລັດຖະມົນຕີຈີນໄດ້ເຂົ້າຮ່ວມກອງປະຊຸມສຸດຍອດຈີນ-ອາຊຽນຄັ້ງທີ 28 ທີ່ຈັດຂຶ້ນຢູ່ນະຄອນຫຼວງກົວລາລຳເປີປະເທດມາເລເຊຍ.
ທ່ານຫຼີສຽງ ກ່າວວ່າ: ຈີນຍິນດີຮ່ວມກັບບັນດາປະເທດອາຊຽນເຊື່ອມຕໍ່ຍຸດທະສາດການພັດທະນາ, ຈັດຕັ້ງປະຕິບັດ “ແຜນດຳເນີນງານການພົວພັນຄູ່ຮ່ວມຍຸດທະສາດຮອບດ້ານຈີນ-ອາຊຽນ(2026-2030)” ໃຫ້ດີ, ແລະຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຈີນ-ອາຊຽນທີ່ແໜ້ນແຟ້ນກວ່າເກົ່າ.
ທ່ານຫຼີສຽງໄດ້ສະເໜີຂໍ້ສະເໜີ 3 ຂໍ້ກ່ຽວກັບເລື່ອງນີ້ຄື: ໜຶ່ງ, ເຮັດໃຫ້ຄວາມໄວ້ເນື້ອເຊື່ອໃຈກັນທາງຍຸດທະສາດເຂັ້ມແຂງກວ່າເກົ່າ, ເພີ່ມທະວີການແລກປ່ຽນທາງຍຸດທະສາດ, ແກ້ໄຂຄວາມເຫັນຂັດແຍ້ງກັນຢ່າງເໝາະສົມ, ເລັ່ງລັດຊຸກຍູ້ການປຶກສາຫາລືກ່ຽວກັບ “ກົດແຫ່ງການປະພຶດຢູ່ທະເລຈີນໃຕ້”; ສອງ, ເຮັດໃຫ້ການເຊື່ອມໂຍງດ້ານຜົນປະໂຫຍດລົງເລິກກວ່າເກົ່າ, ຖືເອົາການປະຕິບັດເຂດການຄ້າເສລີຈີນ-ອາຊຽນສະບັບ 3.0 ເປັນໂອກາດທີ່ດີເພື່ອຊຸກຍູ້ການຄ້າ ແລະ ການລົງທຶນຫັນເປັນເສລີ ແລະ ສະດວກກວ່າເກົ່າ, ລົງເລິກການຮ່ວມມືໃນຂົງເຂດເສດຖະກິດດີຈີຕອນ, ເສດຖະກິດສີຂຽວແລະອື່ນໆ; ສາມ, ເຮັດໃຫ້ຄວາມຜູກພັນທາງດ້ານຈິດໃຈໝັ້ນທ່ຽງກວ່າເກົ່າ, ຈັດກິດຈະກຳຕ່າງໆທີ່ກ່ຽວຂ້ອງສຳລັບປີແລກປ່ຽນວັດທະນະທຳໃຫ້ດີ, ສ້າງກົນໄກສຳລັບກອງປະຊຸມລັດຖະມົນຕີທ່ອງທ່ຽວ ແລະ ການສຶກສາ.