ຫວ່າງບໍ່ດົນມານີ້, ພະແນກວິທະຍາສາດເຕັກໂນໂລຊີແຂວງຢຸນນານ ແລະ ຫ້ອງການວຽກງານພົວພັນຕ່າງປະເທດອົງການປົກຄອງແຂວງຢຸນນານໄດ້ຮ່ວມກັນອອກແຈ້ງການກ່ຽວກັບການຈັດການແຂ່ງຂັນນະວັດຕະກຳວິທະຍາສາດເຕັກໂນໂລຊີປະເທດແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ໂດຍລະບຸວ່າ: ນັບແຕ່ເດືອນກັນຍາ ຫາ ເດືອນທັນວາປີນີ້, ແຂວງຢຸນນານຈະຈັດການແຂ່ງຂັນນະວັດຕະກຳວິທະຍາສາດເຕັກໂນໂລຊີປະເທດແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ພາຍໃຕ້ຫົວຂໍ້ “ເຕົ້າໂຮມສະຕິປັນຍາຂອງແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ, ບຸກເບີກຊົມໃຊ້ອະນາຄົດ”.
ໃນການແຂ່ງຂັນຄັ້ງນີ້ຈະເກັບໂຮມລາຍການແຂ່ງຂັນຢູ່ 6 ປະເທດແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ເພື່ອດຳເນີນການປະກວດຮອບທຳອິດ, ຈະຈັດສະຖານທີ່ແຂ່ງຂັນຮອບທີ 2 ຢູ່ສາມບ່ອນຄື ຈີນ (ເຫີໂຂວ), ໄທ ແລະ ມຽນມາ, ຈາກນັ້ນຈະຈັດການແຂ່ງຂັນຮອບຊິງຊະນະເລີດຢູ່ນະຄອນຄຸນໝິງແຂວງຢຸນນານຈີນໃນຕົ້ນເດືອນທັນວາປີ 2025.
ການແຂ່ງຂັນຄັ້ງນີ້ໄດ້ສຸມໃສ່ຄວາມຕ້ອງການດ້ານການພັດທະນາອຸດສາຫະກຳຢູ່ພາກພື້ນແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ, ສົ່ງເສີມໃຫ້ໂຄງການໃນຂົງເຂດຢາຊີວະພາບ, ກະສິກຳທັນສະໄໝ, ວັດສະດຸໃໝ່, ການຜະລິດອຸປະກອນ, ການພັດທະນາແບບສີຂຽວ ແລະ ຍືນຍົງ, ເຕັກໂນໂລຊີຂໍ້ມູນຂ່າວສານລຸ້ນໃໝ່, ປັນຍາປະດິດ, ວິທະຍາສາດເຕັກໂນໂລຊີດ້ານການເງິນ ແລະອື່ນໆເຂົ້າຮ່ວມການແຂ່ງຂັນ.