
ລະຫວ່າງວັນທີ 1 – 7 ຕຸລາ 2025, ກິດຈະກຳ ສັບປະດາມໍລະດົກວັດທະນະທຳນາມມະທຳຂອງ 6 ປະເທດແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ທີ່ເປັນໜຶ່ງໃນກິດຈະກຳຕ່າງໆຂອງເທດສະການສິລະປະວັດທະນະທຳປະເທດແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງຄັ້ງທີ 13 ທີ່ມີຫົວຂໍ້ຫຼັກວ່າ “ດື່ມນ້ຳຮ່ວມແມ່ນ້ຳສາຍດຽວ ຮ່ວມໃຈມຸ່ງໜ້າສູ່ອະນາຄົດ” ໄດ້ຈັດຂຶ້ນຢູ່ນະຄອນຊຽງຮຸ່ງ ກິ່ງແຂວງປົກຄອງຕົນເອງເຜົ່າລື້ສິບສອງພັ່ນນາແຂວງຢຸນນານຈີນ, ຊຶ່ງໄດ້ເພີ່ມບັນຍາກາດວັດທະນະທຳທີ່ຄຶກຄື້ນໃຫ້ແກ່ວັນຊາດຈີນ ກໍຄື ບຸນໄຫວ້ພະຈັນຂອງຈີນ.

ກິດຈະກຳຄັ້ງນີ້ໄດ້ດຶງດູດຫ້າງຮ້ານ 70 ກວ່າແຫ່ງຈາກປະເທດລ່ອງແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງເຂົ້າຮ່ວມ, ໂດຍລວມສູນວາງສະແດງມໍລະດົກວັດທະນະທຳນາມມະທຳທີ່ມີຫຼາກຫຼາຍສີສັນຂອງປະເທດຕ່າງໆ. ກິດຈະກຳຄັ້ງນີ້ໄດ້ປະສົມປະສານການວາງສະແດງ ກັບ ງານຕະຫຼາດນັດ, ເຮັດໃຫ້ຜົນງານສິລະປະວັດທະນະທຳທີ່ດີເດັ່ນເຂົ້າເຖິງປະຊາຊົນຢ່າງກວ້າງຂວາງ, ໄດ້ເພີ່ມພະລັງຊີວິດອັນໃໝ່ເຂົ້າໃນການພັດທະນາອຸດສາຫະກຳທີ່ມີຫົວຄິດປະດິດສ້າງດ້ານວັດທະນະທຳຂອງທົ່ວກິ່ງແຂວງ, ເປັນການຮັກສາ ແລະ ສືບທອດຄວາມຊົງຈຳດ້ານວັດທະນະທຳຮ່ວມຂອງປະເທດແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ.
