ຕອນເຊົ້າວັນທີ 28 ຕຸລານີ້, ໃນໄລຍະຈັດກອງປະຊຸມສຸດຍອດອາຊຽນຄັ້ງທີ 47 ຢູ່ນະຄອນຫຼວງກົວລາລຳເປີປະເທດມາເລເຊຍ, ຈີນ ແລະ ອາຊຽນໄດ້ລົງນາມອະນຸສັນຍາວ່າດ້ວຍເຂດການຄ້າເສລີສະບັບ 3.0 ຢ່າງເປັນທາງການ.
ອະນຸສັນຍາວ່າດ້ວຍເຂດການຄ້າເສລີສະບັບ 3.0 ໄດ້ປົກຄຸມເຖິງ 9 ຂົງເຂດໃຫຍ່, ໄດ້ເພີ່ມ 5 ຂົງເຂດໃໝ່ຄື: ເສດຖະກິດດີຈີຕອນ, ເສດຖະກິດສີຂຽວ, ຕ່ອງໂສ້ການສະໜອງເຊື່ອມຈອດກັນ, ການແຂ່ງຂັນ ກັບ ການປົກປ້ອງຜູ້ບໍລິໂພກ, ຈຸນລະວິສາຫະກິດ ແລະ ວິສາຫະກິດຂະໜາດກາງ ແລະ ນ້ອຍ, ການລົງນາມດັ່ງກ່າວໄດ້ສ່ອງແສງໃຫ້ເຫັນຄວາມປາດຖະໜາ ແລະ ການເຄື່ອນໄຫວຮ່ວມກັນຂອງສອງຝ່າຍທີ່ຕັ້ງໜ້ານຳພາການສ້າງຫຼັກການສາກົນ ແລະ ຊຸກຍູ້ການຮ່ວມມືໃນຂົງເຂດພັດທະນາໃໝ່.
ຜູ້ຮັບຜິດຊອບທີ່ກ່ຽວຂ້ອງຂອງກະຊວງການຄ້າຈີນເປີດເຜີຍໃຫ້ຮູ້ວ່າ: ພາຍຫຼັງລົງນາມອະນຸສັນຍາດັ່ງກ່າວແລ້ວ, ສອງຝ່າຍຈະປະຕິບັດລະບຽບການຮັບຮອງຂອງປະເທດຕົນ, ຊຸກຍູ້ໃຫ້ອະນຸສັນຍາມີຜົນບັງຄັບໃຊ້ໂດຍໄວ.