
ວັນທີ 26 ຕຸລານີ້, ກອງປະຊຸມສຸດຍອດອາຊຽນຄັ້ງທີ 47 ໄດ້ໄຂຂຶ້ນຢູ່ນະຄອນຫຼວງກົວລາລຳເປີ ປະເທດມາເລເຊຍຢ່າງເປັນທາງການ. ໃນພີທີໄຂກອງປະຊຸມ, ພາຍໃຕ້ການເປັນພິຍານຮ່ວມກັນຂອງບັນດາປະເທດສະມາຊິກອາຊຽນ, ຕີມໍເລັສເຕໄດ້ກາຍເປັນປະເທດສະມາຊິກທີ 11 ຂອງອາຊຽນຢ່າງເປັນທາງການ.
ກອງປະຊຸມສຸດຍອດ ແລະ ກອງປະຊຸມປິ່ນອ້ອມທີ່ກ່ຽວຂ້ອງຈະດຳເນີນເປັນເວລາ 3 ວັນ, ຜູ້ນຳບັນດາປະເທດສະມາຊິກອາຊຽນຕົ້ນຕໍຈະປຶກສາຫາລືຫົວຂໍ້ຕ່າງໆເຊັ່ນ: ການສ້າງປະຊາຄົມອາຊຽນ, ການພົວພັນກັບພາຍນອກເປັນຕົ້ນ, ພ້ອມທັງຈະປຶກສາຫາລືບັນຫາຕ່າງໆເຊັ່ນ: ລົງເລິກການເຊື່ອມໂຍງເຂົ້າເປັນອັນໜຶ່ງດຽວກັນພາກພື້ນ, ຊຸກຍູ້ໃຫ້ເສດຖະກິດເຕີບໂຕ, ເພີ່ມທະວີການເຊື່ອມໂຍງເຊື່ອມຈອດກັນລະຫວ່າງປະເທດສະມາຊິກອາຊຽນ ແລະ ອື່ນໆ.
ກອງປະຊຸມສຸດຍອດຄັ້ງນີ້ແມ່ນກອງປະຊຸມໃຫຍ່ທີ່ສຸດໃນປະຫວັດສາດຂອງອາຊຽນ, ແລະ ຕີມໍເລັສເຕເຂົ້າເປັນປະເທດສະມາຊິກອາຊຽນກໍຖືວ່າອາຊຽນໄດ້ເພີ່ມປະເທດສະມາຊິກໃໝ່ຄັ້ງທຳອິດນັບແຕ່ປີ 1999 ເປັນຕົ້ນມາ, ເປັນຂີດໝາຍທີ່ອາຊຽນໄດ້ກ້າວຂຶ້ນສູ່ລະດັບໃໝ່ໃນດ້ານການຂະຫຍາຍປະເທດສະມາຊິກໃນສະຕະວັນທີ 21.