ວັນທີ 26 ຕຸລານີ້, ທ່ານ ສີຈິ້ນຜິງ ປະທານປະເທດຈີນໄດ້ສົ່ງໂທລະເລກສະແດງຄວາມເສົ້າສະຫຼົດໃຈເຖິງ ສົມເດັດ ມະຫາ ວາຊິຣະລົງກອນ ເຈົ້າຊີວິດໄທຕໍ່ການສະຫວັນຄົດຂອງສົມເດັດພະນາງເຈົ້າ ສິຣິກິດ ພະບໍຣົມລາດຊະຊົນນະນີພັນປີຫຼວງຂອງໄທ, ໂດຍຕາງໜ້າລັດຖະບານ ແລະ ປະຊາຊົນຈີນໄດ້ສະແດງຄວາມເສົ້າສະຫຼົດໃຈຢ່າງສຸດຊຶ້ງ, ພ້ອມທັງສະແດງຄວາມຢື້ຢາມຖາມຂ່າວຢ່າງຈິງໃຈມາຍັງພະບໍລົມວົງສານຸວົງ, ລັດຖະບານ ແລະ ປະຊາຊົນໄທ.
ເນື້ອໃນໂທລະເລກຂອງທ່ານ ສີຈິ້ນຜິງ ລະບຸວ່າ: ສົມເດັດພະນາງເຈົ້າ ສິຣິກິດ ມີຊື່ສຽງອິດທິພົນອັນສູງສົ່ງໃນພະບໍລົມວົງສານຸວົງ ແລະ ຈິດໃຈຂອງປະຊາຊົນໄທ. ພະນາງເຈົ້າໄດ້ເປັນຫ່ວງເປັນໃຍຕໍ່ມິດຕະພາບລະຫວ່າງຈີນ-ໄທ, ເຄີຍຕາງໜ້າສົມເດັດພູມີພົນ ອະດຸນຍະເດດ ອະດີດເຈົ້າຊີວິດໄທເດີນທາງມາຢ້ຽມຢາມຈີນ ແລະ ໄດ້ປະກອບສ່ວນອັນສໍາຄັນຕໍ່ການເສີມຂະຫຍາຍໄມຕີຈິດມິດຕະພາບອັນພິເສດ “ຈີນ-ໄທມີຄວາມໃກ້ຊິດກັນເໝືອນດັ່ງຄອບຄົວດຽວກັນ”, ພວກເຮົາຈະລະລຶກ ແລະ ອາໄລຫາດວງວິນຍານຂອງພະນາງເຈົ້າຕະຫຼອດການ.