ຈຳ​ນວນ​ຄົນ​ເຂົ້າ​ອອກ​ເມືອງ​ຜ່ານ​ດ່ານ​​ເມືອງ​ອ່າຢູ່​ເຂ​ດ​ຊາຍ​ແດນ​ລະ​ຫວ່າງ​ຈີນ-ມຽນ​ມາ​ໄດ້​ບັນ​ລຸ​ຫຼາຍກວ່າ 1,5 ລ້ານ​ເທື່ອ​ຄົນ ເພີ່ມ​ຂຶ້ນຫຼາຍກວ່າ 50%

CRI, October 27, 2025
Size:

ດ່ານກວດກາຄົນເຂົ້າອອກເມືອງຢູ່ເຂດຊາຍແດນເມືອງຄ່າງສາຂາເມືອງອ່າໄດ້ແຈ້ງໃຫ້ຮູ້ໃນວັນທີ 25 ຕຸລານີ້ວ່າ,ນັບມາຮອດວັນທີ 24 ຕຸລານີ້, ດ່ານດັ່ງກ່າວໄດ້ກວດກາແລະປ່ອຍຄົນເຂົ້າອອກເມືອງຈຳນວນຫຼາຍກວ່າ 1,5 ລ້ານເທື່ອຄົນ,ເພີ່ມຂຶ້ນ 53,68% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ,ໄດ້ສ້າງສະຖິຕິ ໃໝ່ທາງປະຫວັດສາດນັບແຕ່ດ່ານເມືອງອ່າໄດ້ເປີດໃຫ້ບໍລິການເປັນຕົ້ນມາ. ໃນນັ້ນ, ໄດ້ຮັບປະກັນນັກຮຽນຂ້າມຊາດ 1 ໝື່ນ 6 ພັນກວ່າຄົນຜ່ານດ່ານຢ່າງມີປະສິດທິພາບສູງດ້ວຍ “ຊ່ອງທາງແສງຕາເວັນ”,ແລະຜ່ານການເປີດ “ຊ່ອງທາງສີຂຽວ” ຍາດເວລາອັນລ້ຳຄ່າໃຫ້ແກ່ຄົນເຈັບສາຫັດ 112 ຄົນເຂົ້າມາຮັບການປິ່ນປົວ.

ດ່ານເມືອງອ່າຕັ້ງຢູ່ບ້ານເມືອງໝ້າຂອງເມືອງປົກຄອງຕົນເອງເຜົ່າລື້ເຜົ່າລ່າຮູ້ເຜົ່າຫວ້າເມືອງລຽນນະຄອນຜູເອີແຂວງຢຸນນານຈີນ,ເຊິ່ງເປັນດ່ານຊາຍແດນລະຫວ່າງນະຄອນຜູເອີແຂວງຢຸນນານຈີນກັບມຽນມາທີ່ມີຈຳນວນຄົນເຂົ້າອອກເມືອງຫຼາຍທີ່ສຸດ.