
ຕອນຂ້ອນແຈ້ງວັນທີ 25 ຕຸລານີ້, ສຳນັກພະລາດຊະວັງແຫ່ງລາດຊະອານາຈັກໄທ ໄດ້ອອກຖະແຫຼງການຢ່າງເປັນທາງການວ່າ: ສົມເດັດພະນາງເຈົ້າສິຣິກິດ ພະບໍຣົມຊິນີນາດ ພະບໍຣົມລາດຊະຊົນນະນີພັນປີຫຼວງຂອງໄທ ໄດ້ສະເດັດສະຫວັນຄົດແລ້ວໃນຕອນຄ່ຳວັນທີ 24 ຕຸລານີ້, ສິຣິພະຊົນມະພັນສາລວມ 93 ປີ.
ຖະແຫຼງການລະບຸວ່າ: ສົມເດັດພະນາງເຈົ້າສິຣິກິດ ພະບໍຣົມລາດຊະຊົນນະນີພັນປີຫຼວງ ໄດ້ສະເດັດພະລາດຊະດຳເນີນໄປປະທັບທີ່ໂຮງໝໍ ຕັ້ງແຕ່ເດືອນກັນຍາປີ 2019. ນັບແຕ່ວັນທີ 17 ຕຸລານີ້ເປັນຕົ້ນມາ, ສົມເດັດພະບໍຣົມລາດຊະຊົນນະນີພັນປີຫຼວງ ຊົງພະປະຊວນຈາກພາວະຕິດເຊື້ອໃນກະແສພະໂລຫິດ. ເຖິງແມ່ນວ່າ ຄະນະແພດຫຼວງ ໄດ້ຖະຫວາຍການປິ່ນປົວຢ່າງສຸດຄວາມສາມາດແລ້ວກໍຕາມ, ແຕ່ພະອາການກໍຊຸດໜັກລົງຕາມລຳດັບ ຈົນນຳໄປສູ່ການສະຫວັນຄົດໃນຕອນຄ່ຳວັນທີ 24 ຕຸລານີ້. ພະບາດສົມເດັດພະເຈົ້າ ມະຫາ ວາຊີຣະລົງກອນ ໄດ້ຊົງສັ່ງໃຫ້ສຳນັກພະລາດຊະວັງດຳເນີນການຈັດພະລາດຊະພິທີພະສົບ ເພື່ອຖະຫວາຍພະກຽດຕິຍົດສູງສຸດຕາມລາດຊະປະເພນີ, ແລະໃຫ້ພະບໍຣົມວົງສານຸວົງ ແລະຂ້າທູນລະອອງທຸລີພະບາດ ຕະຫຼອດຈົນຂ້າລາຊະການໃນລາດຊະສຳນັກ ໄວ້ທຸກຖະຫວາຍເປັນເວລາ 1 ປີ ເຕັມ ນັບແຕ່ວັນສະຫວັນຄົດເປັນຕົ້ນໄປ.