
ວັນທີ 22 ຕຸລານີ້, ກະຊວງທ່ອງທ່ຽວແລະກິລາຂອງໄທປະກາດວ່າ: ລັດຖະບານໄທໃຫ້ຄວາມສຳຄັນຢ່າງສູງຕໍ່ນັກທ່ອງທ່ຽວຈີນ ໂດຍໄດ້ປະກາດມາດຕະການຫຼາຍຂໍ້ເພື່ອຮັບປະກັນຄວາມປອດໄພສຳລັບນັກທ່ອງທ່ຽວຈີນ.
ປັດຈຸບັນ, ໃນທົ່ວປະເທດໄທ ມີສູນບໍລິການນັກທ່ອງທ່ຽວທັງໝົດ 79 ແຫ່ງ ໂດຍໃຊ້ຫຼາຍພາສາ ເຊິ່ງລວມທັງພາສາຈີນ. ນັກທ່ອງທ່ຽວທີ່ພົບຄວາມ ອັນຕະລາຍຢູ່ໄທສາມາດໂທຫາສາຍດ່ວນຕຳຫຼວດທ່ອງທ່ຽວ 1155 ເຊິ່ງເພິ່ນຈະໃຫ້ບໍລິການດ້ວຍພາສາຈີນ ຫຼື ກົດເຂົ້າ App “ຕຳຫຼວດທ່ອງທ່ຽວໄທ” ເພື່ອແຈ້ງຕຳຫຼວດລາຍງານເຫດການ.
ນອກຈາກນີ້, ໄທຍັງໄດ້ຕິດຕັ້ງກ້ອງວົງຈອນຮັກສາຄວາມປອດໄພຫຼາຍໜ່ວຍຢູ່ແຫຼ່ງທ່ອງທ່ຽວທີ່ສຳຄັນ. ພ້ອມກັນນັ້ນ, ໄທຍັງມີແຜນຈະເປີດບໍລິການປະກັນໄພທ່ອງທ່ຽວສຳລັບນັກທ່ອງທ່ຽວຕ່າງປະເທດ.
ຂໍ້ມູນຈາກກະຊວງທ່ອງທ່ຽວແລະກິລາຂອງໄທສະແດງໃຫ້ເຫັນວ່າ: ນັບແຕ່ວັນທີ 1 ມັງກອນຫາວັນທີ 30 ກັນຍາປີນີ້, ຈຳນວນນັກທ່ອງທ່ຽວຈີນທີ່ໄປທ່ຽວໄທຫຼາຍກວ່າ 3.417.000 ເທື່ອຄົນ.