
ວັນທີ 24 ຕຸລານີ້, ດ່ານພາສີນະຄອນຄຸນໝິງແຂວງຢຸນນານຈີນແຈ້ງໃຫ້ຮູ້ວ່າ: ໃນ 3 ໄຕມາດທີ່ຜ່ານມາ , ປະລິມານການຂົນສົ່ງສິນຄ້າຂາເຂົ້າ-ຂາອອກຜ່ານທາງລົດໄຟຈີນ-ລາວມີທັງໝົດ 4,1 ລ້ານໂຕນ, ໄດ້ເພີ່ມຂຶ້ນ 8,9% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ມີມູນຄ່າສິນຄ້າເຖິງ 19,72 ຕື້ຢວນ, ໄດ້ເພີ່ມຂຶ້ນ 42,8% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ໄດ້ສະແດງໃຫ້ເຫັນປະສິດທິຜົນຂອງ “ເສັ້ນທາງທອງຄຳ” ຢ່າງຕໍ່ເນື່ອງ.

ໃນນັ້ນ, ປະລິມານການຂົນສົ່ງສິນຄ້າຂາເຂົ້າ-ຂາອອກລະຫວ່າງຈີນ-ລາວມີເຖິງ 3.725.500 ໂຕນ, ໄດ້ເພີ່ມຂຶ້ນ 7,7% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ໄດ້ກວມ 90,9% ຂອງຍອດປະລິມານການຂົນສົ່ງສິນຄ້າຂາເຂົ້າ-ຂາອອກຜ່ານທາງລົດໄຟຈີນ-ລາວ, ມູນຄ່າສິນຄ້າຈີນ-ລາວມີເຖິງ 11,418 ຕື້ຢວນ, ໄດ້ເພີ່ມຂຶ້ນ 24,6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ໄດ້ກວມ 57,9% ຂອງຍອດມູນຄ່າການຂົນສົ່ງສິນຄ້າຂາເຂົ້າ-ຂາອອກຜ່ານທາງລົດໄຟຈີນ-ລາວ.
