
ວັນທີ 22 ຕຸລານີ້, ທ່ານນາງແພທອງທານ ຊິນນະວັດ ອະດີດນາຍົກລັດຖະມົນຕີໄທໄດ້ປະກາດຜ່ານສື່ສັງຄົມອອນລາຍວ່າຈະລາຈາກຕຳແໜ່ງປະທານພັກເພື່ອໄທ.
ທ່ານນາງແພທອງທານ ຊິນນະວັດກ່າວວ່າ, ການລາຈາກຕຳແໜ່ງປະທານຂອງພັກ ແມ່ນເພື່ອໃຫ້ພັກເພື່ອໄທສາມາດດຳເນີນການປະຕິຮູບເປັນເອກະລາດໄດ້ ແລະສ້າງພັກການເມືອງແບບໃໝ່ດີກວ່າເກົ່າ.
ທ່ານນາງຍັງກ່າວຕື່ມວ່າ, ຫຼັງຈາກລາຈາກຕຳແໜ່ງປະທານຂອງພັກແລ້ວ, ທ່ານນາງຍັງເປັນສະມາຊິກຂອງພັກເພື່ອໄທຢູ່ຄືເກົ່າ.