ທ່ວງທ່າການເຊື່ອມໂຍງພັດທະນາລະຫວ່າງຈີນ ກັບ ອາຊຽນເພີ່ມທະວີຢ່າງບໍ່ຢຸດຢັ້ງ

CRI, October 23, 2025
Size:

ວັນທີ 22 ຕຸລານີ້,ທ່ານກົ່ວເຈ່ຍຄູ່ນ ໂຄສົກກະຊວງການຕ່າງປະເທດຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວ ເຊິ່ງມີນັກຂ່າວຖາມວ່າ:ຂໍ້ມູນຫຼ້າສຸດສະແດງໃຫ້ເຫັນ, ໃນ 3 ໄມຕາດທີ່ຜ່ານມາ, ຍອດມູນຄ່າການຄ້າຂາເຂົ້າຂາອອກຂອງຈີນຕໍ່ອາຊຽນບັນລຸເຖິງ 5.570 ຕື້ຢວນ, ເພີ່ມຂຶ້ນ 9,6%ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ ເຊິ່ງເຫັນວ່າອາຊຽນຍັງສືບຕໍ່ຮັກສາຖານະທີ່ເປັນຄູ່ການຄ້າໃຫຍ່ອັນດັບໜຶ່ງຂອງຈີນ.ຈີນມີຄວາມເຫັນແນວໃດຕໍ່ການຮ່ວມມືລະຫວ່າງຈີນ ກັບ ອາຊຽນ?

ທ່ານກົ່ວເຈ່ຍຄູ່ນຕອບວ່າ:ຈີນ ກັບ ອາຊຽນເອົາໃຈໃສ່ນຳການເຊື່ອມຕໍ່ຍຸດທະສາດການພັດທະນາໃນລະດັບສູງ ໂດຍໄດ້ວາງ“ແຜນດຳເນີນງານການພົວພັນຄູ່ຮ່ວມຍຸດທະສາດຮອບດ້ານຈີນ-ອາຊຽນ(2026-2030)”,ສອງຝ່າຍໄດ້ຊ່ວຍຊູຍູ້ໜູນກັນທາງດ້ານທ່າແຮງຢ່າງເຕັມທີ່,ເພີ່ມທະວີການເຊື່ອມໂຍງດ້ານຕ່ອງໂສ້ການຜະລິດ ແລະ ຕ່ອງໂສ້ການສະໜອງ,ປີນີ້ ຍັງຈະລົງນາມອະນຸສັນຍາວ່າດ້ວຍເຂດການຄ້າເສລີສະບັບປັບປຸງ 3,0 ຢ່າງເປັນທາງການເພື່ອຊຸກຍູ້ເສດຖະກິດໃນພາກພື້ນໃຫ້ເຊື່ອມໂຍງເຂົ້າກັນ ແລະ ເພີ່ມກຳລັງແຮງຫຼາຍກວ່າເກົ່າໃຫ້ກັບການຄ້າໂລກ.ທາງລົດໄຟຈີນ-ລາວ ແລະ ທາງລົດໄຟຄວາມໄວສູງຈາກາຕາ-ບັນດຸງໄດ້ໃຫ້ບໍລິການຢ່າງໝັ້ນທ່ຽງ ແລະ ໂດຍໄດ້ຊ່ວຍພັດທະນາເສດຖະກິດຢູ່ເຂດລຽບທາງ.

ສຳລັບການແລກປ່ຽນດ້ານອະລິຍະທຳລະຫວ່າງຈີນ ກັບ ອາຊຽນກໍນັບມື້ນັບພົ້ນເດັ່ນຂຶ້ນເປັນຕົ້ນ.ກິດຈະກຳ “ປີແລກປ່ຽນວັດທະນະທຳຈີນ-ອາຊຽນ”ໄດ້ຈັດຂຶ້ນຢ່າງຟົດຟື້ນ.ຈີນເປີດ “ວີຊາອາຊຽນ” ເຮັດໃຫ້ການໄປມາຫາສູ່ກັນລະຫວ່າງສອງຝ່າຍຄືຍາດພີ່ນ້ອງ,ເຮັດໃຫ້ປະຊາຊົນເຂົ້າອົກເຂົ້າໃຈກັນຢ່າງໃກ້ຊິດກວ່າເກົ່າ. 

ຈີນ ກັບ ອາຊຽນພ້ອມກັນສຸມກຳລັງເຂົ້າໃນການຮັກສາສັນຕິພາບ ແລະສະຖຽນລະພາບໃນພາກພື້ນ.ຈີນເດັດດ່ຽວສະໜັບສະໜູນຖານະໃຈກາງຂອງອາຊຽນໃນໂຄງລ່າງພາກພື້ນ,ສະໜັບສະໜູນການແກ້ໄຂບັນຫາພາຍໃນອາຊຽນດ້ວຍ “ວິທີອາຊຽນ”.ຈີນສຸມໃສ່ການແກ້ໄຂຂໍ້ຂັດແຍ້ງຢ່າງເໝາະສົມກັບປະເທດທີ່ກ່ຽວຂ້ອງໂດຍກົງກັບທະເລຈີນໃຕ້ໂດຍຜ່ານການສົນທະນາປຶກສາຫາລື ເພື່ອພ້ອມກັນສ້າງທະເລໃຫ້ມີສັນຕິພາບ,ມິດຕະພາບ ແລະການຮ່ວມມື.