
ວັນທີ 21 ຕຸລານີ້, ເຮືອລາດຕະເວນຂອງຝ່າຍຈີນແລະລາວໄດ້ອອກຈາກທ່າເຮືອຈິງຮ່າຂອງກິ່ງແຂວງປົກຄອງຕົນເອງເຜົ່າລື້ສິບສອງພັ່ນນາແຂວງຢຸນນານຈີນ, ຕາມແຜນການຈະພົບກັບເຮືອລາດຕະເວນ 2 ລຳຂອງຝ່າຍມຽນມາກ່ອນ ແລ້ວຮ່ວມກັນດຳເນີນການເຄື່ອນໄຫວລາດຕະເວນເພື່ອປະຕິບັດກົດໝາຍຮ່ວມຕາມລຳແມ່ນ້ຳຂອງລະຫວ່າງຈີນ-ລາວ-ມຽນມາ-ໄທຄັ້ງທີ 158 ພ້ອມທັງຈັດກິດຈະກຳແລກປ່ຽນດ້ານການປະຕິບັດກົດໝາຍຕ່າງໆ.
ຕາມການລາຍງານໃຫ້ຮູ້ວ່າ: ມີເຮືອລາດຕະເວນຂອງຝ່າຍລາວ 3 ລຳ ເຂົ້າຮ່ວມການເຄື່ອນໄຫວຄັ້ງນີ້ ເຊິ່ງໄດ້ເດີນທາງໄປຮອດກິ່ງແຂວງສິບສອງພັ່ນນາໃນວັນທີ 30 ກັນຍາຜ່ານມາ ແລະໄດ້ຢ້ຽມຢາມສັນທະວະໄມຕີກອງໃຫຍ່ລາດຕະເວນທາງນໍ້າຂອງພະແນກປ້ອງກັນຄວາມສະຫງົບແຂວງຢຸນນານເພື່ອຮັດແໜ້ນຄວາມສາມັກຄີແລະມິດຕະພາບ. ສອງຝ່າຍຍັງໄດ້ດໍາເນີນການແລກປ່ຽນໄມຕີຈິດຢ່າງກວ້າງຂວາງ ໂດຍປິ່ນອ້ອມການສ້າງສາເຮືອລາດຕະເວນໃຫ້ເປັນແບບສະບັບ, ການອົບຮົມວຽກງານວິຊາສະເພາະ, ການຍົກສູງຄວາມສາມາດໃນການປະຕິບັດກົດຫມາຍ, ການແລກປ່ຽນດ້ານວັດທະນະທໍາ ແລະອື່ນໆ, ໄດ້ລົງເລິກມິດຕະພາບໃນການຮ່ວມມືປະຕິບັດກົດຫມາຍຕື່ມອີກ.