ຈຳ​ນວນ​ຊາວ​ສ.ເກົາ​ຫຼີ​ທີ່​ເຂົ້າ​ຮ່ວມ​ການ​ຫຼອກ​ລວງຜ່ານທາງ​ເຄືອ​ຂ່າຍໂທລະ​ຄົມ​ຢູ່​ກຳ​ປູ​ເຈຍຫຼາຍກວ່າ​ຂໍ້​ມູນ​ສະ​ຖິ​ຕິ​ຈາກ​ລັດ​ຖະ​ບານ​ສ.ເກົາ​ຫຼີ​ຢ່າງ​ຫຼວງ​ຫຼາຍ

CRI, October 23, 2025
Size:

ວັນທີ 20 ຕຸລານີ້, ສື່ມວນຊົນສ.ເກົາຫຼີເຜີຍແຜ່ຂໍ້ມູນຈາກລັດຖະບານໃຫ້ຮູ້ວ່າ: ຈຳນວນຊາວສ.ເກົາຫຼີທີ່ຖືກສົງໄສວ່າມີສ່ວນຮ່ວມໃນການຫຼອກລວງຜ່ານທາງເຄືອຂ່າຍໂທລະຄົມໃນກຳປູເຈຍ ອາດຈະຫຼາຍກວ່າຂໍ້ມູນທີ່ລັດຖະບານຄາດໄວ້ ຄືຈຳນວນປະມານ 1.000 ກວ່າຄົນ.

ຂໍ້ມູນສະແດງໃຫ້ເຫັນວ່າ: ນັບແຕ່ປີ 2021 ເປັນຕົ້ນມາ, ຈຳນວນຊາວສ.ເກົາຫຼີ ທີ່ເດີນທາງໄປກຳປູເຈຍ ແລະ ຈຳນວນທີ່ກັບຄືນສ.ເກົາຫຼີ ແມ່ນຫຼຸດໂຕນກັນຫຼາຍກວ່າເກົ່າຢ່າງຊັດເຈນ. ໃນນັ້ນ ປີ 2021, ຈຳນວນຜູ້ໄປກຳປູເຈຍຫຼາຍກວ່າຈຳນວນຜູ້ກັບຄືນ 113 ຄົນ, ຮອດປີ 2022 ຄວາມຫຼຸດໂຕນກັນນີ້ໄດ້ເພີ່ມຂຶ້ນຢ່າງຫຼວງຫຼາຍມີເຖິງ 3.209 ຄົນ, ປີ 2023 ແມ່ນ 2.662 ຄົນ ແລະ ປີ 2024 ແມ່ນ 3.248 ຄົນ. ນີ້ອາດໝາຍຄວາມວ່າ ໃນ 3 ປີລຽນຕິດ ແຕ່ລະປີມີຊາວສ.ເກົາຫຼີ 2-3 ພັນຄົນໄປກຳປູເຈຍແລ້ວພັກຢູ່ທ້ອງຖິ່ນ. ນັບມາຮອດເດືອນສິງຫາປີນີ້, ມີຊາວສ.ເກົາຫຼີເກືອບ 900 ຄົນ ໄປກຳປູເຈຍແລ້ວບໍ່ໄດ້ກັບຄືນປະເທດ.

ຕາມການລາຍງານຂອງສຳນັກຂ່າວສານໂຢນຮັບ (Yonhap) ໃນວັນທີ 20 ຕຸລານີ້: ຕາມຂໍ້ມູນສະຖິຕິຂອງກົມໃຫຍ່ຄຸ້ມຄອງຄົນເຂົ້າອອກເມືອງກຳປູເຈຍ, ຈຳນວນຊາວສ.ເກົາຫຼີທີ່ເຂົ້າເມືອງກຳປູເຈຍ ຍັງຫຼາຍກວ່າຂໍ້ມູນດັ່ງກ່າວອີກ.  ຜູ້ສັນທັດກໍລະນີຢູ່ທ້ອງຖິ່ນມີຄວາມເຫັນໂດຍທົ່ວໄປວ່າ: ຈຳນວນຊາວສ.ເກົາຫຼີໃນກຸ່ມຫຼອກລວງຜ່ານທາງເຄືອຂ່າຍໂທລະຄົມຢູ່ແຫ່ງຕ່າງໆທົ່ວປະເທດກຳປູເຈຍນັ້ນ ຫຼາຍກວ່າຕົວເລກທີ່ລັດຖະບານສ.ເກົາຫຼີຄາດຄະເນໄວ້ຢ່າງຫຼວງຫຼາຍ.