ຈີນ,ລາວ​ແລະ​ຫວຽດ​ນາມ​ຝຶກ​ຊ້ອມ​ການ​ຮັບ​ມື​ສຸກ​ເສີນ​ຮ່ວມ​ກ່ຽວ​ກັບ​ພະ​ຍາດ​ແຜ່​ລະ​ບາດ​ຮ້າຍ​ແຮງ​ຂ້າມ​ຊາຍ​ແດນ​ຄັ້ງ​ທຳ​ອິດ

CRI, October 21, 2025
Size:

ວັນທີ 15 ຕຸລານີ້, ການຝຶກຊ້ອມຮັບມືສຸກເສີນຮ່ວມກ່ຽວກັບພະຍາດແຜ່ລະບາດຮ້າຍແຮງຂ້າມຊາຍແດນລະຫວ່າງຈີນ,ລາວແລະຫວຽດນາມປີ 2025 ໄດ້ຈັດຂຶ້ນຢູ່ເມືອງຈ່ຽງເຊີງນະຄອນຜູເອີແຂວງຢຸນນານຈີນ. ກະຊວງສາທາລະນະສຸກຂອງສອງປະເທດຫວຽດນາມແລະລາວກໍຄືພາກສ່ວນກ່ຽວຂ້ອງຢູ່ເຂດຊາຍແດນ,ສູນປ້ອງກັນແລະຄວບຄຸມພະຍາດຂອງຈີນ,ໜ່ວຍງານຮັບມືສຸກເສີນດ້ານສາທາລະນະສຸກລະດັບແຂວງ,ກິ່ງແຂວງ(ນະຄອນ)ແລະເມືອງຂອງແຂວງຢຸນນານທັງໝົດ 241 ຄົນໄດ້ເຂົ້າຮ່ວມການຝຶກຊ້ອມຄັ້ງນີ້.

ການຝຶກຊ້ອມຮັບມືສຸກເສີນຮ່ວມຄັ້ງນີ້ແມ່ນໄດ້ຈັດຂຶ້ນຢູ່ເມືອງປົກຄອງຕົນເອງເຜົ່າຮ່ານີເຜົ່າອີຈ່ຽງເຊີງ ເຊິ່ງເປັນເມືອງດຽວຂອງແຂວງຢຸນນານທີ່ມີຊາຍແດນຕິດກັບລາວແລະຫວຽດນາມ. ການຝຶກຊ້ອມຄັ້ງນີ້ແມ່ນສຸມໃສ່ການຝຶກຊ້ອມຮັບມືສຸກເສີນທີ່ມີຂັ້ນຕອນ,ຕ່ອງໂສ້ແລະປັດໄຈຄົບຊຸດກ່ຽວກັບພະຍາດລະບາດຂ້າມຊາຍແດນທີ່ຈີນ,ລາວແລະຫວຽດນາມດຳເນີນຮ່ວມເປັນຄັ້ງທຳອິດ.