ນາ​ຍົກ​ໄທ​ກ່າວ​ວ່າ: ຈະ​ນຳ​ພາ​ລັດ​ຖະ​ບານ​ຊຸດ​ໃໝ່​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ຮອບ​ດ້ານ​ກັບ​ຈີນ

CRI, October 21, 2025
Size:

ວັນທີ 17 ຕຸລານີ້,  ທ່ານ ອະນຸທິນ ຊານວີຣະກູນ ໄດ້ພົບປະກັບທ່ານ ຈ່າງຈ້ຽນເວີ້ຍ ເອກອັກຄະລັດຖະທູດຈີນປະຈຳໄທຢູ່ສຳນັກງານນາຍົກລັດຖະມົນຕີໄທ.

ທ່ານ ອະນຸທິນ ຊານວີຣະກູນ ໄດ້ຕີລາຄາຢ່າງສູງຕໍ່ການພັດທະນາຂອງການພົວພັນລະຫວ່າງໄທ-ຈີນ ແລະກ່າວວ່າ: ປີນີ້ແມ່ນປີທີ່ສ້າງສາຍພົວພັນທາງການທູດລະຫວ່າງໄທ-ຈີນຄົບຮອບ 50 ປີ, ທ່ານຈະນຳພາລັດຖະບານຊຸດໃໝ່ເພີ່ມທະວີການຮ່ວມມືຮອບດ້ານກັບຈີນ, ຊຸກຍູ້ໃຫ້ການພົວພັນລະຫວ່າງສອງປະເທດໄດ້ຮັບການພັດທະນາຫຼາຍກວ່າເກົ່າ ແລະມິດຕະພາບລະຫວ່າງປະຊາຊົນສອງປະເທດໝັ້ນຄົງກວ່າເກົ່າ.

ທ່ານ ຈ່າງຈ້ຽນເວີ້ຍ ກ່າວວ່າ: ຈີນຍິນດີຮ່ວມກັບໄທສຸມຄວາມພະຍາຍາມນຳກັນ, ລົງເລິກການຮ່ວມມືແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ, ຊຸກຍູ້ໃຫ້ການສ້າງຄູ່ຮ່ວມຊາຕາກຳຈີນ-ໄທໄດ້ປະສົບຜົນສຳເລັດອັນໃໝ່.