ວັນທີ 16 ຕຸລານີ້, ອົງການຕຳຫຼວດແຫ່ງຊາດກຳປູເຈຍໄດ້ແຈ້ງໃຫ້ຮູ້ວ່າ: ຈະສົ່ງພົນລະເມືອງ ສ ເກົາຫຼີ 59 ຄົນກັບຄືນປະເທດໃນວັນທີ 17 ຕຸລານີ້.
ອີງຕາມອົງການຕຳຫຼວດແຫ່ງຊາດກຳປູເຈຍໄດ້ແຈ້ງຂ່າວວ່າ: “ພວກເຂົາເຈົ້າອາດຈະໄດ້ຖືກລັດຖະບານກຳປູເຈຍກອບກູ້ຫຼືໄດ້ຖືກຈັບຍ້ອນການກະທຳຜິດຕ່າງໆທີ່ລະເມີດຕໍ່ກົດໝາຍ.” ພົນລະເມືອງ ສ ເກົາຫຼີ ເຫຼົ່ານີ້ຈະຖືກສົ່ງກັບຄືນປະເທດພາຍໃຕ້ການຮ່ວມມືຈາກສະຖານທູດ ສ ເກົາຫຼີ ປະຈຳກຳປູເຈຍ.
ທ່ານ ຮຸນມາເນັດ ນາຍົກລັດຖະມົນຕີກຳປູເຈຍກ່າວວ່າ: “ກຳປູເຈຍແລະ ສເກົາຫຼີຈະສືບຕໍ່ເພີ່ມທະວີການຮ່ວມມືເພື່ອປ້ອງກັນ,ສະກັດກັ້ນແລະປາບປາມກຸ່ມຫຼອກລວງຜ່ານທາງອິນເຕີເນັດໃຫ້ມີປະສິດທິຜົນກວ່າເກົ່າ.”