
ວັນທີ 14 ຕຸລານີ້, ທ່ານຈ້າວເລີ້ຈີ້ ປະທານຄະນະປະຈຳສະພາປະຊາຊົນແຫ່ງຊາດຈີນໄດ້ພົບປະກັບທ່ານນາງຊຳເດັກ ຄູນ ສຸດາຣີ ປະທານສະພາແຫ່ງຊາດກຳປູເຈຍທີ່ເດີນທາງຢ້ຽມຢາມຈີນໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດແມ່ຍິງໂລກທີ່ນະຄອນຫຼວງປັກກິ່ງ.
ທ່ານຈ້າວເລີ້ຈີ້ກ່າວວ່າ: ຈີນຍິນດີຮ່ວມມືກັບກຳປູເຈຍ, ຈັດຕັ້ງປະຕິບັດຄວາມເຫັນທີ່ເປັນເອກະພາບກັນອັນສຳຄັນລະຫວ່າງຜູ້ນຳສອງປະເທດໃຫ້ດີ, ປັບປຸງຄວາມໄວ້ເນື້ອເຊື່ອໃຈກັນດ້ານການເມືອງໃຫ້ໝັ້ນຄົງກວ່າເກົ່າ, ບຸກເບີກການຮ່ວມມືທີ່ມີຜົນປະໂຫຍດຮ່ວມກັນ, ຮັດແໜ້ນການແລກປ່ຽນດ້ານວັດທະນະທຳ, ເພີ່ມທະວີການຮ່ວມມືດ້ານການປະຕິບັດກົດໝາຍແລະການປະສານງານກັນຫຼາຍຝ່າຍ. ຄະນະກຳມະການສະພາປະຊາຊົນແຫ່ງຊາດຈີນຍິນດີຮ່ວມມືກັບສະພາແຫ່ງຊາດກຳປູເຈຍໂດຍລົງເລິກການແລກປ່ຽນບົດຮຽນດ້ານນິຕິບັນຍັດ, ການຕິດຕາມກວດກາແລະອື່ນໆ. ພ້ອມກັນນັ້ນກໍ່ເພີ່ມທະວີການແລກປ່ຽນແລະການຮ່ວມມືດ້ານການຫຼຸດຜ່ອນຄວາມທຸກຍາກ, ການປ້ອງກັນແລະການປິ່ວປົວພະຍາດສຳລັບແມ່ຍິງແລະອື່ນໆ.
ທ່ານນາງຊຳເດັກ ຄູນ ສຸດາຣີກ່າວວ່າສະພາແຫ່ງຊາດກຳປູເຈຍຍິນດີເສີມຂະຫຍາຍບົດບາດຢ່າງຕັ້ງໜ້າເຂົ້າໃນການຊຸກຍູ້ການພົວພັນລະຫວ່າງສອງປະເທດ.