ທ່ານ ຮານ​ເຈີ້ງ ພົບ​ປະ​ຮອງ​ປະ​ທານ​ປະ​ເທດ​ລາວ

CRI, October 17, 2025
Size:

ວັນທີ 14 ຕຸລານີ້, ທ່ານ ຮານເຈີ້ງ ຮອງປະທານປະເທດຈີນໄດ້ພົບປະກັບທ່ານນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດລາວໃນໂອກາດເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດແມ່ຍິງໂລກທີ່ນະຄອນຫຼວງປັກກິ່ງ.

ທ່ານ ຮານເຈີ້ງ ກ່າວວ່າ: ຈີນແລະລາວເປັນສະຫາຍແລະອ້າຍນ້ອງສັງຄົມນິຍົມກັນ,ໄດ້ໃຫ້ການສະໜັບສະໜູນເຊິ່ງກັນແລະກັນຢ່າງເດັດດ່ຽວໃນບັນຫາທີ່ມີສ່ວນກ່ຽວຂ້ອງກັບຜົນປະໂຫຍດໃຈກາງ. ຫວ່າງກ່ອນນີ້ບໍ່ດົນ, ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ ປະທານປະເທດຈີນໄດ້ພົບປະກັບທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດລາວຢູ່ນະຄອນຫຼວງປັກກິ່ງ,ໄດ້ຮ່ວມກັນວາງແຜນກ່ຽວກັບການສ້າງປະຊາຄົມຮ່ວມຊາຕາກຳຈີນ-ລາວ. ຈີນໄດ້ປະຕິບັດຕໍ່ການພົວພັນຈີນ-ລາວຈາກທາງດ້ານຍຸດທະສາດແລະເບິ່ງກວ້າງແນມໄກຢ່າງສະເໝີຕົ້ນສະເໝີປາຍ,ຍິນດີຮ່ວມມືກັນຈັດຕັ້ງປະຕິບັດຄວາມຮັບຮູ້ທີ່ເປັນເອກະພາບກັນອັນສຳຄັນລະຫວ່າງຜູ້ນຳສູງສຸດຂອງສອງພັກ-ສອງລັດໃຫ້ດີ,ຖືການສ້າງຕັ້ງສາຍພົວພັນທາງການທູດລະຫວ່າງສອງປະເທດຄົບຮອບ 65 ປີໃນປີໜ້າເປັນໂອກາດ,ຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຈີນ-ລາວຢ່າງໜັກແໜ້ນ,ເພື່ອສ້າງຜົນປະໂຫຍດຫຼາຍກວ່າເກົ່າໃຫ້ແກ່ປະຊາຊົນສອງປະເທດ.

ທ່ານນາງ ປານີ ຢາທໍ່ຕູ້ ກ່າວວ່າ: ຄຳປາໄສສຳຄັນທີ່ທ່ານ ສີຈິ້ນຜິງ ກ່າວໃນກອງປະຊຸມສຸດຍອດແມ່ຍິງໂລກມີຄວາມໝາຍເລິກເຊິ່ງຍາວໄກ. ພັກແລະລັດຖະບານລາວເດັດດ່ຽວສະໜັບສະໜູນຈີນໃນການປົກປັກຮັກສາຜົນປະໂຫຍດໃຈກາງ,ຍິນດີຮ່ວມກັບຈີນລົງເລິກການຮ່ວມມືຮອບດ້ານ,ຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳລາວ-ຈີນໃຫ້ໄດ້ຮັບໝາກຜົນຫຼາຍກວ່າເກົ່າ.