ນັກ​ທ່ອ​ງ​ທ່ຽວ​​ເຂົ້າ​-ອອກ​ເມືອງຜ່ານ​ດ່ານ​ດາ​ໂລ້​ຢູ່​ຊາຍ​ແດນ​​ຈີນ-ມຽນ​ມາ​ບັນ​ລຸ​ຫຼາຍກວ່າ 1 ໝື່ນ​ເທື່ອ​ຄົນ​​ຕໍ່​ມື້

CRI, October 16, 2025
Size:

ນັບແຕ່ວັນທີ 10 ຕຸລານີ້ເປັນຕົ້ນມາ, ນັກທ່ອງທ່ຽວທີ່ເຂົ້າ-ອອກເມືອງຜ່ານດ່ານດາໂລ້ຢູ່ເຂດຊາຍແດນລະຫວ່າງຈີນ-ມຽນມາໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ. ຕາມດ່ານກວດກາຄົນເຂົ້າ-ອອກເມືອງຢູ່ເຂດຊາຍແດນດາໂລ້ລະຫວ່າງຈີນ-ມຽນມາໄດ້ແຈ້ງໃຫ້ຮູ້ໃນວັນທີ 12 ຕຸລານີ້ວ່າ: ໃນວັນທີ 11 ຕຸລານີ້ ຈຳນວນນັກທ່ອງທ່ຽວທີ່ເຂົ້າ-ອອກເມືອງຜ່ານດ່ານດັ່ງກ່າວໄດ້ບັນລຸຫຼາຍກວ່າ 1 ໝື່ນເທື່ອຄົນຕໍ່ມື້ ເຊິ່ງໄດ້ສ້າງສະຖິຕິໃໝ່ນັບແຕ່ໄດ້ສ້າງດ່ານກວດກາດັ່ງກ່າວໃນປີ 1951 ເປັນຕົ້ນມາ. ດ່ານດາໂລ້ຕັ້ງຢູ່ເມືອງໄຮກິ່ງແຂວງປົກຄອງຕົນເອງເຜົ່າລື້ສິບສອງພັ່ນນາແຂວງຢຸນນານຈີນ,ແມ່ນໜຶ່ງໃນບັນດາເສັ້ນທາງທາງບົກທີ່ສຳຄັນຂອງຈີນທີ່ເຊື່ອມຕໍ່ຈີນ-ມຽນມາແລະອາຊີຕາເວັນອອກສຽງໃຕ້.