ສື່ມວນ​ຊົນ​ບາງ​ປະ​ເທດ​​ຕາ​ເວັນ​ຕົກເຈ​ຕະ​ນາຍຸ​ແຍ່ການ​ພົວ​ພັນ​ໄມ​ຕີ​ຈິດ​ມິດ​ຕະ​ພາບ​ລະ​ຫວ່າງ​ຈີນ​ກັບ​ປະ​ເທດ​ທີ່​ກ່ຽວ​ຂ້ອງ ແນ່ນອນ​ຈະ​ບໍ່​ປ​ະສົບ​ຜົນ​ສຳ​ເລັດ

CRI, October 16, 2025
Size:

ວັນທີ 10 ຕຸລານີ້, ທ່ານກົ່ວເຈ່ຍຄຸ່ນ ໂຄສົກກະຊວງການຕ່າງປະເທດຈີນຈັດກອງປະຊຸມຖະແຫຼງຂ່າວ.

ມີນັກຂ່າວຖາມວ່າ: ຫວ່າງມໍ່ໆມານີ້, ມີສື່ມວນຊົນບາງປະເທດຕາເວັນຕົກລາຍງານວ່າ: ຈີນໄດ້ໃຫ້ການຊ່ວຍເຫຼືອດ້ານອາວຸດຈຳນວນຫຼວງຫຼາຍແກ່ກຳປູເຈຍ ແລະ ສົງໄສວ່າຈີນໄດ້ເຂົ້າຂ້າງຝ່າຍໃດຫນຶ່ງກ່ຽວກັບບັນຫາການປະທະກັນຢູ່ຊາຍແດນກຳປູເຈຍ-ໄທ. ຂໍຖາມວ່າຈີນມີຄວາມເຫັນຄືແນວໃດຕໍ່ເລື່ອງນີ້?

ທ່ານກົ່ວເຈ່ຍຄຸ່ນກ່າວວ່າ: ນັບແຕ່ເກີດການປະທະກັນຢູ່ຊາຍແດນກຳປູເຈຍ-ໄທເປັນຕົ້ນມາ, ຈີນໄດ້ປະຕິບັດຕາມຫຼັກໝັ້ນທີ່ຊອບທຳ, ຊຸກຍູ້ໃຫ້ຈັດການເຈລະຈາກັນເພື່ອສັນຕິພາບຢ່າງຕັ້ງໜ້າ. ບັນດາຝ່າຍທີ່ກ່ຽວຂ້ອງໄດ້ຍ້ອງຍໍເປັນຢ່າງສູງຕໍ່ບົດບາດຂອງຈີນທີ່ບໍ່ສາມາດທົດແທນໄດ້. ຈີນໄດ້ດຳເນີນການຮ່ວມມືດ້ານປ້ອງກັນປະເທດແບບປົກກະຕິກັບບັນດາປະເທດສະມາຊິກອາຊຽນ ລວມທັງກຳປູເຈຍແລະໄທ. ສື່ມວນຊົນບາງປະເທດຕາເວັນຕົກເຈຕະນາຍຸແຍ່ການພົວພັນໄມຕີຈິດມິດຕະພາບລະຫວ່າງຈີນກັບປະເທດທີ່ກ່ຽວຂ້ອງ ແນ່ນອນຈະບໍ່ປະສົບຜົນສຳເລັດ.