ວັນທີ 10 ຕຸລານີ້,ຢູ່ນະຄອນຫຼວງບາງກອກ, ສົມເດັດມະຫາ ວະຊິລາລົງກອນ ເຈົ້າຊີວິດໄທກ່າວວ່າ ໄທຍິນດີເພີ່ມທະວີການຮ່ວມມືກັບຈີນ ເພື່ອສ້າງຄວາມສຸກໃຫ້ແກ່ປະຊາຊົນສອງປະເທດ, ຊຸກຍູ້ຄວາມຈະເລີນຮຸ່ງເຮືອງ ແລະ ການພັດທະນາຂອງພາກພື້ນ ແລະທົ່ວໂລກ.
ມື້ດຽວກັນ,ໃນເວລາຮັບເອົາສານຕາຕັ້ງທີ່ມອບໂດຍທ່ານຈ່າງຈ້ຽນເວີ້ຍ ເອກອັກຄະລັດຖະທູດຈີນປະຈຳໄທຜູ້ໃໝ່, ສົມເດັດມະຫາວະຊິລາລົງກອນກ່່າວວ່າ ໄທ ແລະ ຈີນເປັນປະເທດບ້ານໃກ້ເຮືອນຄຽງທີ່ໃກ້ຊິດ ແລະ ມີໄມຕີຈິດທີ່ດີ, ປະຊາຊົນສອງປະເທດສະໜິດສະໜົມຄືດັ່ງອ້າຍນ້ອງກັນ, ໄທຍິນດີເພີ່ມທະວີການແລກປ່ຽນ ແລະ ການຮ່ວມມືກັບຈີນໃນລະດັບສອງຝ່າຍ ລວມທັງລະດັບພາກພື້ນ ແລະ ສາກົນ.
ທ່ານຈ່າງຈ້ຽນເວີ້ຍກ່າວວ່າ,ຈີນ ແລະ ໄທເປັນບ້ານໃກ້ເຮືອນຄຽງທີ່ດີ,ເພື່ອນມິດທີ່ດີ, ຍາດມິດທີ່ດີ ແລະ ຄູ່ຮ່ວມມືທີ່ດີ, ຈີນເອົາໃຈໃສ່ຕໍ່ການພົວພັນມິດຕະພາບກັບໄທໃນລະດັບສູງ. ປີນີ້ແມ່ນປີທີ່ຈີນ ແລະ ໄທສ້າງຕັ້ງສາຍພົວພັນທາງການທູດຮ່ວມກັນຄົບຮອບ 50 ປີ, ຈີນຍິນດີຈັດຕັ້ງປະຕິບັດຄວາມຮັບຮູ້ທີ່ເປັນເອກະພາບກັນຂອງຜູ້ນຳຂັ້ນສູງສອງປະເທດ ເພື່ອຊຸກຍູ້ການກໍ່ສ້າງຄູ່ຮ່ວມຊາຕາກຳຈີນ-ໄທໃຫ້ໄດ້ຮັບໝາກຜົນສົມບູນຈຳນວນຫຼາຍກວ່າເກົ່າ.