ວັນທີ 13 ຕຸລານີ້, ພິທີປິດກອງປະຊຸມສຸດຍອດແມ່ຍິງໂລກໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ. ທ່ານນາງ ເຊີ້ນຢີຊິນ ທີ່ປຶກສາແຫ່ງລັດຈີນ, ປະທານສະຫະພັນແມ່ຍິງຈີນ ແລະ ທ່ານນາງ ຊີມາ ຊາມີ ບາຮຸສ ຮອງເລຂາທິການໃຫຍ່ ທັງເປັນຫົວໜ້າບໍລິຫານງານຂອງອົງການແມ່ຍິງອົງການສະຫະປະຊາຊາດ ໄດ້ເຂົ້າຮ່ວມພິທີດັ່ງກ່າວ ພ້ອມທັງກ່າວຄຳປາໄສ.
ທ່ານນາງ ເຊີນຢີຊິນ ກ່າວວ່າ: ຈີນຍິນດີຮ່ວມມືກັບປະເທດຕ່າງໆໃນໂລກ, ຫັນເຈດຈຳນົງສຳຄັນທີ່ສະເໜີໂດຍທ່ານປະທານ ສີຈິ້ນຜິງ ແລະຄວາມຮັບຮູ້ທີ່ເປັນເອກະພາບກັນດ້ານຍຸດທະສາດທີ່ບັນລຸໃນກອງປະຊຸມໃຫ້ກາຍເປັນການເຄື່ອນໄຫວຕົວຈິງ, ເພື່ອຊ່ວຍເຫຼືອແມ່ຍິງຫຼາຍກວ່າເກົ່າເຮັດໃຫ້ຄວາມຝັນຂອງຕົນປາກົດເປັນຈິງ ແລະ ສ້າງຊີວິດທີ່ດີງາມ.
ທ່ານນາງ ບາຮຸສ ຍ້ອງຍໍຊົມເຊີຍຜົນສຳເລັດອັນໃຫຍ່ຫຼວງຂອງພາລະກິດແມ່ຍິງຈີນ ພ້ອມທັງ ການປະກອບສ່ວນໃຫຍ່ຫຼວງຂອງຈີນທີ່ມີຕໍ່ ການພັດທະນາແມ່ຍິງທົ່ວໂລກ, ປະເທດຕ່າງໆຄວນຖອດຖອນບົດຮຽນໃນການພັດທະນາແມ່ຍິງນຳຈີນ.
ຜູ້ຕາງໜ້າປະມານ 800 ຄົນທີ່ມາຈາກ 110 ກວ່າປະເທດແລະອົງການຈັດຕັ້ງສາກົນໄດ້ເຂົ້າຮ່ວມພິທີດັ່ງກ່າວ, ໃນພິທີປິດ, ໄດ້ປະກາດ “ຖະແຫຼງການປະທານກອງປະຊຸມສຸດຍອດແມ່ຍິງໂລກ” .