ໜ່ວຍກຳ​ປັ່ນ 83 ຂອງກອງ​ທັບ​ເຮືອ​ຈີນ​ເດີນ​ທາງ​ໄປ​ຮອດ​ກຳ​ປູ​ເຈຍເພື່ອ​ຢ້ຽມ​ຢາ​ມ​​​ສັນ​ຖະ​ວະໄມ​ຕີ

CRI, October 14, 2025
Size:

ຕອນເຊົ້າວັນທີ 10 ຕຸລານີ້, ໜ່ວຍກຳປັ່ນ 83 ຂອງກອງທັບເຮືອຈີນໄດ້ເດີນທາງໄປຮອດທ່າກຳປັ່ນສີຫານຸວິລຂອງກຳປູເຈຍ ແລະເລີ່ມຢ້ຽມຢາມສັນຖະວະໄມຕີຕໍ່ກຳປູເຈຍເປັນເວລາ 4 ວັນ. ພະນັກງານຈາກສະຖານທູດຈີນປະຈຳກຳປູເຈຍ, ຜູ້ຕາງໜ້າຈາກອົງກອນຈີນ, ຊາວຈີນ ແລະຈີນຕ່າງດ້າວຢູ່ກຳປູເຈຍ ພ້ອມດ້ວຍຜູ້ຕາງໜ້າຈາກລັດຖະບານ ແລະກອງທັບກຳປູເຈຍ ທັງໝົດ 300 ກວ່າຄົນໄດ້ເຂົ້າຮ່ວມຕ້ອນຮັບໜ່ວຍກຳປັ່ນດັ່ງກ່າວຢູ່ທ່າກຳປັ່ນ.

ໃນໄລຍະຢ້ຽມຢາມກຳປູເຈຍ, ໜ່ວຍກຳປັ່ນ 83 ຂອງກອງທັບເຮືອຈີນຈະແລກປ່ຽນ ແລະຢ້ຽມຢາມໂຮງຮຽນປະຖົມ ແລະວິສາຫະກິດຈີນຢູ່ທ້ອງຖິ່ນ, ເຂົ້າຮ່ວມການແຂ່ງຂັນກິລາມິດຕະພາບ ແລະຈັດກິດຈະກຳເປີດໃຫ້ປະຊາຊົນທ່ຽວຊົມກໍາປັ່ນ.