ກຸ່ມບໍລິສັດທາງລົດໄຟຈີນສາຂາຄຸນໝິງໃຫ້ຮູ້ວ່າ: ນັບແຕ່ເສັ້ນທາງລົດໄຟ ລາວ-ຈີນເປີດບໍລິການເປັນຕົ້ນມາ, ນັບມາຮອດວັນທີ 8 ຕຸລານີ້, ໄດ້ແລ່ນລົດໂດຍສານທັງໝົດ 84.000 ຂະບວນ ແລະ ໄດ້ຂົນສົ່ງຜູ້ໂດຍສານຫຼາຍກວ່າ 60.000.000 ລ້ານເທື່ອຄົນ ເຊິ່ງໄດ້ເປັນການຄ້ຳປະກັນທີ່ເຂັ້ມແຂງໃຫ້ແກ່ການຊຸກຍູ້ການເຊື່ອມໂຍງເຊື່ອມຈອດກັນຂອງພາກພື້ນ ແລະ ຊຸກຍູ້ການພັດທະນາເສດຖະກິດ-ສັງຄົມຢູ່ລຽບຕາມເສັ້ນທາງລົດໄຟດັ່ງກ່າວ.
ນັບແຕ່ເສັ້ນທາງລົດໄຟລາວ-ຈີນເປີດບໍລິການເປັນຕົ້ນມາ ໄດ້ດຶງດູດນັກທ່ອງທ່ຽວຈາກ 115 ປະເທດແລະເຂດແຄ້ວນທົ່ວໂລກ, ໃນນັ້ນ, ມີນັກທ່ອງທ່ຽວຫຼາຍກວ່າ 595.000 ຄົນໃຊ້ບໍລິການຂະບວນລົດໄຟໂດຍສານສາກົນຂ້າມຊາດ.
ນັບແຕ່ຕົ້ນປີນີ້ມາຮອດວັນທີ 8 ຕຸລານີ້, ໄດ້ຂົນສົ່ງຜູ້ໂດຍສານທັງໝົດ 15.480.000 ເທື່ອຄົນ, ເພີ່ມຂຶ້ນ 2,38% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024, ໃນນັ້ນມີຜູ້ໂດຍສານຂ້າມຊາດເກືອບ 200.000 ເທື່ອຄົນ, ເພີ່ມຂຶ້ນ 3,17% ເຊິ່ງໄດ້ສະແດງໃຫ້ເຫັນເຖິງບົດບາດທີ່ເປັນຊ່ອງທາງຄຳຂອງເສັ້ນທາງລົດໄຟລາວ-ຈີນນັບມື້ນັບພົ້ນເດັ່ນຂຶ້ນ.