ກອງ​ທັບ​ຈີນ​ເດີນ​ທາງ​ໄປ​ເຂົ້າ​ຮ່ວມ​ກາ​ນຝຶກ​ຊ້ອມ​ຮົບ​ຮ່ວມ “ສັນ​ຕິ​ພາບ​ແລະມິດ​ຕະ​ພາບ-2025”

CRI, October 13, 2025
Size:

ອີງຕາມແຜນການຮ່ວມມືທາງການທະຫານປະຈຳປີ, ລະຫວ່າງວັນທີ 15-23 ຕຸລານີ້, ສອງກອງທັບຈີນ-ມາເລເຊຍຈະຈັດການຝຶກຊ້ອມຮົບຮ່ວມພາຍໃຕ້ລະຫັດ “ສັນຕິພາບ ແລະ ມິດຕະພາບ-2025” ຢູ່ມາເລເຊຍ ແລະ ເຂດທະເລໃກ້ຄຽງ. ຕອນເຊົ້າວັນທີ 8 ຕຸລານີ້, ກອງທັບຈີນທີ່ເຂົ້າຮ່ວມການຝຶກຊ້ອມຮົບໄດ້ອອກຈາກທ່າກຳປັ່ນທະຫານສາມແຫ່ງ ຄື ນະຄອນຈ້ານຈ່ຽງ ນະຄອນຊ່ານຢ້າ ແລະ ເຂດບໍລິຫານພິເສດຮົງກົງເພື່ອເດີນທາງໄປມາເລເຊຍ.

ການຝຶກຊ້ອມຮົບຮ່ວມເທື່ອນີ້ດຳເນີນຂຶ້ນພາຍໃຕ້ຫົວຂໍ້ “ການຊ່ວຍເຫຼືອທາງມະນຸດສະທຳ, ຫຼຸດຜ່ອນໄພພິບັດ ແລະ ຄວາມໝັ້ນຄົງທທາງທະເລ” ໂດຍໄດ້ເຊື້ອເຊີນປະເທດສະມາຊິກອື່ນໆໃນອາຊຽນສົ່ງບຸກຄະລາກອນໄປທັດສະນະສຶກສາ. ສອງຝ່າຍຈີນ-ມາເລເຊຍໄດ້ສົ່ງກຳລັງພົນລວມ 1.000 ກວ່າຄົນເຂົ້າຮ່ວມການຝຶກຊ້ອມຄັ້ງນີ້, ໃນໄລຍະຝຶກຊ້ອມຮົບຮ່ວມຍັງຈະຈັດກິດຈະກຳຕ່າງໆເຊັ່ນ: ການແລກປ່ຽນດ້ານວັດທະນະທຳ-ກິລາ, ການເປີດກຳປັ່ນໃຫ້ເຂົ້າຊົມເປັນຕົ້ນ.

ຕາມຂ່າວແຈ້ງວ່າ: ນີ້ເປັນການຝຶກຊ້ອມຮົບຮ່ວມ “ສັນຕິພາບ ແລະ ມິດຕະພາບເທື່ອທີ 6 ເຊິ່ງມີຈຸປະສົງເພື່ອລົງເລິກການຮ່ວມມືຕົວຈິງລະຫວ່າງກອງທັບຈີນກັບປະເທດໃນອາຊີຕາເວັນອອກສຽງໃຕ້, ຍົກສູງຄວາມສາມາດໃນການຮ່ວມກັນຮັບມືກັບໄພຂົ່ມຂູ່ຕໍ່ຄວາມໝັ້ນຄົງແບບໃໝ່ ແລະ ປົກປັກຮັກສາສັນຕິພາບແລະສະຖຽນລະພາບຂອງພາກພື້ນ.

ແຫຼ່ງຂ່າວຈາກ: CGTN